ຂ່າວສານ

ເລີ່ມເຄື່ອນໄຫວໂຄງການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຂັ້ນຮາກຖານໃນການຮັບມືກັບພະຍາດໂຄວິດ - 19

ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງຂັ້ນຮາກຖານໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ຂັ້ນທ້ອງຖິ່ນ ໃນການຄວບຄຸມການຕິດເຊື້ອລະຫວ່າງຄົນກັບຄົນ ແລະ ສະໜອງບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ
  ກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການ (ພາບ: TTXVN)  

 ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາພັດທະນາສັງຄົມ (ISDS) ໄດ້ສົມທົບກັບພະແນກສາທາລະນະສຸກແຂວງ ລອງອານ ໄດ້ຈັດຕັ້ງກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການ "ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຂັ້ນຮາກຖານກຽມພ້ອມຮັບມືກັບພະຍາດໂຄວິດ - 19 ແລະ ກໍລະນີຮີບດ່ວນຕ່າງໆກ່ຽວກັບບັນຫາສຸຂະພາບຢູ່ຫວຽດນາມ".

ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງຂັ້ນຮາກຖານໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ຂັ້ນທ້ອງຖິ່ນ ໃນການຄວບຄຸມການຕິດເຊື້ອລະຫວ່າງຄົນກັບຄົນ ແລະ ສະໜອງບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ, ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານການແພດຂັ້ນຮາກຖານໃນການໜູນຊ່ວຍປິ່ນປົວ ແລະ ນຳສົ່ງໄປໂຮງໝໍໃຫຍ່, ຍົກສູງຄວາມຮູ້, ພຶດຕິກຳ ແລະ ການປະຕິບັດຂອງ ປະຊາຊົນ ໃນວົງຄະນະຍາດກ່ຽວກັບການປ້ອງກັນ, ຕ້ານພະຍາດ, ຕິດຕາມ ແລະ ເບິ່ງແຍງດູແລສຸຂະພາບຢູ່ເຮືອນ ແລະ ໜູນຊ່ວຍການຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ຜູ້ທີ່ນອນໃນກຸ່ມມີຄວາມສ່ຽງ.

ໂຄງການໂດຍລັດຖະບານຍີ່ປຸ່ນ ອຸປະຖຳ, ມຸ່ງໄປເຖິງການກໍ່ສ້າງ ແລະ ປະຕິບັດທົດລອງສຳເລັດບາງຮູບແບບຕ້ານພະຍາດແບບຍືນຍົງ ໂດຍອີງໃສ່ວົງຄະນະຍາດເພື່ອອາດຈະແບ່ງປັນ ແລະ ທະວີຄູນໄປບໍລິເວນຕ່າງໆໃນແຂວງກໍ່ຄືໃນທົ່ວປະເທດ.


top