ຂ່າວສານ

ເລີ່ມສັກວັກຊິນກັນໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ

      ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັບສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.
ຜູ້ອາສາສະໝັກຈົດທະບຽບທົດລອງການສັກວັກຊິນ (ພາບ: cand.com.vn)
      ຕອນເຊົ້າວັນທີ 15 ມີນາ, ບັນດາຜູ້ອາສາສະໝັກ ທຳອິດ ໄດ້ຮັບການສັກວັກຊິນ COVIVAC - ເຊິ່ງແມ່ນວັນຊິນກັນພະຍາດໂຄວິດ - 19 ຊະນິດທີ 2 ທີ່ໄດ້ຮັບການຄົ້ນຄ້ວາ ແລະ ຜະລິດຢູ່ ຫວຽດນາມ. ກຸ່ມ 6 ຄົນທຳອິດເຂົ້າຮ່ວມການສັກວັກຊິນມີທັງຍິງ ແລະ ຊາຍ. ການສັກວັກຊິນກັນໂຄວິດ - 19 ໄດ້ປະຕິບັດຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງ ສວມບົດບາດທົດລອງຕົ້ນຕໍ.
        ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັກສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.
        ຄາດວ່າ, ພາຍຫຼັງສຳເລັດການສັກທົດລອງໃຫ້ແກ່ກຸ່ມຄົນທຳອິດນີ້, ກຸ່ມຄົ້ນຄ້ວາຈະສັກໃຫ້ແກ່ກຸ່ມທີ 2 ໃນວັນທີ 24 ມີນາ. ບັນດານັກຊ່ຽວຊານຈະຕິດຕາມອາການຄວາມປອດໄພໃນເວລາ 8 ມື້ ພາຍຫຼັງສັກວັກຊິນເຂັມທີ 1 ສຳລັບກຸ່ມຄົນທຳອິດເພື່ອຕີລາຄາ, ພິຈາລະນາ ການທົດລອງມີບັນຫາໃດທີ່ເປັນໜ້າກັງວົນຫຼືບໍ່. ຖ້າຫາກວ່າທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນຂອບເຂດການຄວບຄຸມ, ວັກຊິນຊະນິດໃໝ່ນີ້ຈະໄດ້ນຳໃຊ້ສຳລັບກຸ່ມຄົນຕໍ່ໄປ.ທ່ານ ເຈິ່ນວັນທວ໊ນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງຕໍ່ຜົນສຳເລັດຂອງວັກຊິນ ຊະນິດນີ້ ຍ້ອນວ່າ ວັກຊິນຊະນິດນີ້ ໄດ້ຜະລິດຈາກຄວາມສຸດຈິດສຸດໃຈຂອງບັນດານັກວິທະຍາສາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ການຄົ້ນຄ້ວາທົດລອງຕໍ່ຄົນຢູ່ ຫວຽດນາມ, ອິນເດຍ, ອາເມລິກາ ບໍ່ພຽງແຕ່ສະແດງໃຫ້ເຫັນປະສິດທິຜົນໃນການກັນໂຄວິດ - 19 ສຳລັບເຊື້ອໄວຣັດ SARS – CoV- 2 ຊະນິດປົກກະຕິ ເທົ່ານັ້ນ ຫາກຍັງສຳລັບເຊື້ອໄວຣັດ SARS – CoV- 2 ຊະນິດໃໝ່ຢູ່ ອັງກິດ ແລະ ອາບຟຼິກກາໃຕ້ ອີກດ້ວຍ. ຖ້າຫາກວ່າສຳເລັດ, ພ້ອມກັບ Nanogen ແລະ Vabiotech, ພວກເຮົາອາດສາມາດເປັນເຈົ້າແຫຼ່ງວັກຊິນ ພາຍໃນປະເທດ, ຊ້ຳບໍ່ໜຳມຸ່ງໄປເຖິງການສົ່ງອອກໄປຍັງຕ່າງປະເທດອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top