ຂ່າວສານ

ເລີ່ມລົງມືກໍ່ສ້າງໜຶ່ງໃນບັນດາໂຄງການໃຫຍ່ສຸດຂອງ ຫວຽດນາມ ຢູ່ ລາວ

ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ແລະ ກໍ່ແມ່ນໂຄງການລົງທຶນຕ່າງປະເທດໃຫຍ່ສຸດຢູ່ແຂວງ ເຊກອງ ມາຮອດປະຈຸບັນ.
  (ພິທີວາງສີລາລຶກກໍ່ສ້າງໂຄງການ)  

ຕອນບ່າຍວັນທີ 19 ທັນວາ, ຢູ່ເມືອງ  ດາກຈຶງ, ແຂວງ ເຊກອງ, ໄດ້ຈັດພິທີວາງສີລາລຶກກໍ່ສ້າງໂຄງການອຸດສາຫະກຳ ບົກຊິດ - ອາລູມີນາ ດາກຈຶງ ແລະ ເປີດນຳໃຊ້ສຳນັກງານຫ້ອງການຄຸ້ມຄອງໂຄງການດັ່ງກ່າວ. ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ແລະ ກໍ່ແມ່ນໂຄງການລົງທຶນຕ່າງປະເທດໃຫຍ່ສຸດຢູ່ແຂວງ ເຊກອງ ມາຮອດປະຈຸບັນ. ດ້ວຍເນື້ອທີ່ເກືອບ 8.700 ເຮັກຕາ, ໂຄງການມີເງິນລົງທຶນ 1 ຕື້ USD. ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຟືອງມິນເຫວະ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຫວຽດເຟືອງ, ຫົວໜ່ວຍປະຕິບັດໂຄງການ, ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະຕິບັດໂຄງການໃຫ້ສຳເລັດ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງແຂວງ ເຊກອງ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍພົວພັນເສດຖະກິດ 2 ຝ່າຍ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນບາຮຸ່ງ ປາດຖະໜາວ່າ, ບັນດາເຈົ້າໜ້າທີ່ຂອງ ລາວ ຈະຕັ້ງໜ້າໜູນຊ່ວຍເພື່ອໃຫ້ກຸ່ມບໍລິສັດ ຫວຽດເຟືອງ ປະຕິບັດສຳເລັດເປົ້າໝາຍຂອງວິສາຫະກິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ລາວ, ກໍຄືຢູ່ທ້ອງຖິ່ນ, ສ້າງວຽກເຮັດງານທຳຫຼາຍຢ່າງໃຫ້ແກ່ປະຊາຊົນ, ປະກອບສ່ວນປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນຢູ່ເຂດກໍ່ສ້າງໂຄງການ.


top