ຂ່າວສານ

ເລີ່ມລົງມືກໍ່ສ້າງ “ທ່າກ່ຳປັ່ນໃຫຍ່ທີ່ສຸດ” ແຫ່ງທຳອິດ ຂອງເຄືອຂ່າຍ Logistic ອັດສະລິຍະ ອາຊຽນ

      ວັນທີ 23 ທັນວາ, ຄະນະກຳມະການປະຊາຊົນແຂວງ ວິງຟຸກ, ກຸ່ມບໍລິສັດ T&T Group ແລະ YCH (ໂດຍແມ່ນກຸ່ມບໍລິສັດແຖວໜ້າໂລກກ່ຽວກັບ Logistics) ໄດ້ເລີ່ມລົງມືກໍ່ສ້າງສູນ Logistic ICD ວິງຟຸກ ຢ່າງເປັນທາງການ ດ້ວຍຍອດເງິນລົງທຶນເກືອບ 3.900 ຕື້ດົ່ງ. ພິທີເລີ່ມລົງມືກໍ່ສ້າງ ໄດ້ຈັດຂຶ້ນທາງໄກ ພ້ອມກັນກັບ ຢູ່ສິງກະໂປ.
ພິທີ ເລີ່ມລົງມືກໍ່ສ້າງ “ທ່າກ່ຳປັ່ນໃຫຍ່ທີ່ສຸດ”  (ພາບ: TTXVN)
      ໂດຍແມ່ນສ່ວນໜຶ່ງໃນການວາງແຜນກຳນົດລະອຽດກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນເທິງບົກ Inland Container Depot (ICD) ແລະ ສູນ Logistics  ຫວຽດນາມ ໄລຍະ 2020, ກຳນົດທິດຮອດປີ 2030, ສູນ Logistics ICD ວິງຟຸກ ແມ່ນ “ທ່າກ່ຳປັ່ນໃຫຍ່ທີ່ສຸດ” ແຫ່ງທຳອິດຂອງເຄືອຂ່າຍ logistics ອັດສະລິຍະຢູ່ພາກພື້ນ ອາຊຽນ, ມີບົດບາດໜ້າທີ່ປະມວນຂອງ ສູນແຈກຢາຍ (Distribution Center - DC) ແລະ ເຂດ ICD ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວສະໜອງບັນດາການບໍລິການ Logistics ແລະ ໄດ້ຮັບການຕອບສະໜອງ ເຕັກໂນໂລຢີ IoT ທັນສະໄໝ ແຖວໜ້າໂລກ.
      ສ່ວນຢູ່ສະຖານທີ່ເຊື່ອມຕໍ່ ສິງກະໂປ, ທ່ານ Tan See Leng ລັດຖະມົນຕີກະຊວງແຮງງານ, ທັງເປັນລັດຖະມົນຕີຜູ້ທີ 2 ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ໄດ້ຕີລາຄາວ່າ ການຕະຫຼາດຫວຽດນາມ ແມ່ນຕະຫຼາດທີ່ດຶງດູດຄູ່ຮ່ວມມືສິງກະໂປ. ເຫດການເລີ່ມລົງມືກໍ່ສ້າງ ທ່າກ່ຳປັ່ນດັ່ງກ່າວເປັນຂີດໝາຍແຫ່ງການຮ່ວມມື ລະຫວ່າງສອງກຸ່ມບໍລິສັດໃຫຍ່ ຂອງສອງປະເທດ ແລະ ແມ່ນໂຄງການທີ່ມີເງິນລົງທຶນຫຼາຍທີ່ສຸດຂອງ ສິງກະໂປ ທີ່ລົງທຶນຢູ່ຫວຽດນາມ. ໂຄງການສາມາດໝູນໃຊ້ທ່າໄດ້ປຽບຂອງ ຫວຽດນາມ ທີ່ພວມຟື້ນຟູພາຍຫຼັງຖືກຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19, ຊ່ວຍໃຫ້ການພັດທະນາອຸດສາຫະກຳ 4.0 ແລະ ບຳລຸງສ້າງພື້ນຖານຊັບພະຍາກອນມະນຸດຂອງ ຫວຽດນາມ.
      ຕາມແຜນການແລ້ວ, ໂຄງການຈະນຳເຂົ້າການເຄື່ອນໄຫວຂຸດຄົ້ນໄລຍະ 1 ແຕ່ໄຕມາດທີ III ປີ 2022 ແລະ ນຳເຂົ້າເຄື່ອນໄຫວຂຸດຄົ້ນໄລຍະ 2  ໃນໄຕມາດທີ IV ປີ2024.
(ແຫຼ່ງຄັດຈາກ VOV)


top