ຂ່າວສານ

ເລີ່ມຕົ້ນໄລຍະໃໝ່ໃນການພົວພັນລະຫວ່າງອາເມລິກາ-ສປປ.ເກົາຫຼີ

      ວັນທີ 12 ມິຖຸນາ, ແມ່ນວັນທຸກຄວາມສົນໃຈຂອງຫາງສຽງສາກົນລ້ວນແຕ່ມຸ່ງໄປເຖິງປະເທດສິງກະໂປ, ເຊິ່ງແມ່ນແຫ່ງດຳເນີນການພົບປະຄັ້ງປະຫວັດສາດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un, ແລະ ແມ່ນການພົບປະຄັ້ງທຳອິດຂອງທ່ານປະທານາທິບໍດີອາເມລິກາ ແລະ ການນຳສປປ.ເກົາຫຼີ. ນີ້ບໍ່ພຽງແຕ່ແມ່ນບາດລ້ຽວສຳຄັນໃນການພົວພັນ 2 ຝ່າຍອາເມລິກາ - ສປປ.ເກົາຫຼີ ເທົ່ານັ້ນ, ຫາກຍັງແມ່ນໂອກາດໃຫ້ແກ່ສັນຕິພາບ ແລະ ການປອດນິວເຄຼຍ ໃນແຫຼມເກົາຫຼີ ອີກດ້ວຍ.

ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un
(ພາບ: Straits Times/Getty Images)
      ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ເລີ່ມເຈລະຈາຢ່າງເປັນທາງການ ໃນເວລາ 9 ໂມງ ເຊົ້າ ຕາມເວລາສິງກະໂປ. ພາຍຫຼັງປະຕິບັດການຈັບມືກັນຄັ້ງປະຫວັດສາດນີ້, ການນຳ 2 ທ່ານໄດ້ເລີ່ມວາລະເຈລະຈາລັບ. ຫຼັງຈາກນັ້ນແມ່ນການເຈລະຈາ 2 ຝ່າຍເປີດກວ້າງ ກ່ອນທີ່ການນຳ 2 ທ່ານຮັບປະທານອາຫານນຳກັນ ແລະ ພ້ອມດກັນເຮັດວຽກ. ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ປຶກສາຫາລືກ່ຽວກັບສັນຕິພາບ ແລະ ການປອດນິວເຄຼຍໃນແຫຼມເກົາຫຼີ ໃນການພົບປະຄັ້ງສຸດຍອດທີ່ມີລັກສະນະປະຫວັດສາດ.
ເສັ້ນທາງພາໄປເຖິງການພົບປະຂັ້ນສຸດຍອດບໍ່ແມ່ນງ່າຍດາຍ
        ກ່ອນນີ້ 1 ປີ, ບໍ່ມີເທົ່ານັ້ນຄົນຄິດວ່າ ສະພາບການຢູ່ໃນແຫຼມເກົາຫຼີ, ພິເສດແມ່ນການພົວພັນລະຫວ່າງອາເມລິກາ - ສປປ.ເກົາຫຼີ ພັດມີບາດກ້າວຫັນປ່ຽນຄືໃນປະຈຸບັນ. ໃນອາທິດທີ 2 ຂອງເດືອນມິຖຸນາ ປີ 2017, ໜັງສືພິມ Rodong Sinmun ຂອງສປປ.ເກົາຫຼີ ຖະແຫຼງວ່າ, ປະເທດນີ້ໄດ້ຫຍັບເຂົ້າໃກ້ກັບການຜະລິດລູກສອນໄຟຂ້າມທະວີບ ແລະ ສາມາດບິນເຖິງທະວີບອາເມລິກາ. ຫຼັງຈາກນັ້ນ 2 – 3 ອາທິດ, ເມື່ອອາເມລິກາ ພວມສະເຫຼີມສະຫຼອງວັນຊາດ (04 ກໍລະກົດ) ສປປ.ເກົາຫຼີ ຖພັດະແຫຼງວ່າໄດ້ຍິງລູກສອນໄຟນຳວິຖີ (ICBM) ລູກທຳອິດສຳເລັດຜົນ.  ແລະໃນຫຼາຍເດືອນຕໍ່ມາ, ປະເທດນີ້ໄດ້ຍິງລູກສອນໄຟຕື່ມອີກຢ່າງລຽນຕິດ. ໃນການຍິງລູກສອນໄຟແຕ່ລະຄັ້ງນັ້ນ ໄດ້ຍູ້ໃຫ້ພຽງຢາງ ເຂົ້າໃກ້ສົງຄາມກັບວໍຊິງຕັນ. ນອກນັ້ນ, ສປປ.ເກົາຫຼີ ຍັງດຳເນີນການທົດລອງນິວເຄຼຍໃນເດືອນ ກັນຍາ 2017, ເຫດທົດລອງນິວເຄຼຍຄັ້ງທີ 6 ແລະ ໄດ້ຮັບຖືວ່າແມ່ນແຮງທີ່ສຸດຂອງປະເທດນີ້ໄລ່ຮອດຈຸດເວລານັ້ນ.
        ເຖິງຢ່າງໃດກໍ່ຕາມ, ທຸກຢ່າງໄດ້ມີການປ່ຽນແປງ ເມື່ອຮອດ 6 ເດືອນຕົ້ນປີ 2018, ພຽງຢາງ ເລີ່ມສະແດງໃຫ້ເຫັນທ່າທີໃກ້ຊິດສະໜິດສະໜົມ. ສປປ.ເກົາຫຼີ ໄດ້ເຊື່ອມຕໍ່ໂທລະສັບສາຍດວນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນຮອບເວລາ 2 ປີ ເມື່ອເດືອນ ມັງກອນ 2018, ເປັນການເປີດສາກໃຫ້ບັນດາການພົວພັນທາງການທູດທີ່ຕັ້ງໜ້າ. ເດືອນ ກຸມພາ 2018, ນ້ອງສາວຂອງການນຳສປປ.ເກົາຫຼີ Kim Jong un ແມ່ນທ່ານນາງ Kim Yo jong ໄດ້ເຂົ້າຮ່ວມງານມະຫາກຳກິລາລະດູໜາວ Pyeong Chang, ປະເທດສ.ເກົາຫຼີ.
        ຕໍ່ຈາກນັ້ນ, ແມ່ນການພົບປະຄັ້ງສຸດຍອດລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ 2 ຄັ້ງລະຫວ່າງທ່ານນຳສປປ.ເກົາຫຼີ ແລະ ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in (ໃນເດືອນ ເມສາ ແລະ ພຶດສະພາ 2018). ບັນດາການຜັນແປຢ່າງຕັ້ງໜ້າທີ່ສຸດຈາກການພົບປະດັ່ງກ່າວແມ່ນ 2 ຝ່າຍໄດ້ອອກຖະແຫຼງການຮ່ວມ Panmunjom ຢັ້ງຢືນເປົ້າໝາຍປອດນິວເຄຼຍໃນແຫຼມເກົາຫຼີ ແລະ ມຸ່ງໄປເຖິງການອອກຖະແຫຼງການເປັນທາງການ ຢຸດຕິສົງຄາມເກົາຫຼີ. ການພົບປະຂັ້ນສຸດຍອດລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ກໍ່ໄດ້ເປີດສາກໃຫ້ການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ເຊິ່ງໂລກລໍຖ້າໃນວັນທີ 12 ມິຖຸນາ ຢູ່ສິງກະໂປ.
ໄຊຊະນະດ້ານການທູດຂອງບັນດາຝ່າຍ
        ເພື່ອໃຫ້ມີການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທຳອິດອາດຈະດຳເນີນໄປ ແມ່ນໝາກຜົນຈາກບັນດາຄວາມມານະພະຍາຍາມຢຶດໝັ້ນຈາກບັນດາຝ່າຍທີ່ກ່ຽວຂ້ອງ, ພິເສດ, ບັນດາການກະທຳປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ນັບແຕ່ຕົ້ນປີມາຮອດປະຈຸບັນ ໄດ້ສ້າງບັນຍາກາດສັນຕິພາບຢູ່ພາກພື້ນ. ໃນຄວາມມານະພະຍາມທຳລາຍທ່າຖືກປິດລ້ອມ ແລະ ຕົກຢູ່ໂດດດຽວ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in, ເຊິ່ງແມ່ນການນຳມີແນວທາງມຸ່ງໄປສູ່ສະພາບສະຫງົບສຸກ, ໄດ້ສະແດງຄວາມໃກ້ຊິດສະໜິດສະໜົມກັບສປປ.ເກົາຫຼີ. ທ່ານ Moon Jae in ເອງ ໄດ້ສວມບົດບາດເປັນຂົວຕໍ່, ສົ່ງຄຳສະເໜີພົບປະໂດຍກົງລະຫວ່າງສປປ.ເກົາຫຼີ - ອາເມລິກາ ເຖິງທ່ານປະທານາທິບໍດີ Donald Trump. ນັບທັງທ່ານ Kim Jong un ກໍ່ຍອມຮັບກັບທ່ານ Donald Trump ວ່າ, ເສັ້ນທາງພາໄປເຖິງການພົບປະຂັ້ນສຸດຍອດລະຫວ່າງການນຳ 2 ທ່ານບໍ່ແມ່ນເລື່ອງງ່າຍດາຍ.
        ມີຫຼາຍສາຍເຫດເພື່ອໃຫ້ທັງສປປ.ເກົາຫຼີ ແລະ ອາເມລິກາ ລ້ວນແຕ່ຢາກຈັດການເຈລະຈາໂດຍກົງຄັ້ງທຳອິດ. ສິ່ງທີ່ໜ້າເວົ້າເຖິງ ນັ້ນແມ່ນທັງ 2 ຝ່າຍລ້ວນແຕ່ຖືການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ແມ່ນ “ໄຊຊະນະທາງການທູດ” ຂອງຕົນ. ອຳນາດການປົກຄອງ Trump ຢືນຢັນວ່າ, ເລື່ອງເຮັດໃຫ້ສປປ.ເກົາຫຼີ ຍອມຮັບເຂົ້າຮ່ວມການເຈລະຈາ, ຢຸດຕິບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟ, ແມ່ນໝາກຜົນຂອງບັ້ນຮົບກໍ່ກຳລັງດັນຢ່າງສຸດຂີດ. ສ່ວນສຳລັບການນຳສປປ.ເກົາຫຼີ Kim Jong un, ເລື່ອງອາເມລິກາ ເຫັນດີເຈລະຈາໂດຍກົງແມ່ນ “ໄຊຊະນະທາງການທູດ”. ນອກນັ້ນ, ເລື່ອງທ່ານ Kim Jong un ມີກາລະໂອກາດເຈລະຈາກັບເຈົ້າຂອງທຳນຽບຂາວ ໄດ້ຊີ້ໃຫ້ເຫັນທີ່ຕັ້ງບົດບາດໃນເວທີສາກົນຂອງພຽງຢາງ ພວມເພີ່ມຂຶ້ນ. ນອກຈາກນັ້ນ, ກໍ່ນຳມາໃຫ້ພຽງຢາງ ກາລະໂອກາດຟື້ນຟູພື້ນຖານເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
        ທ່ານປະທານາທິບໍດີອາເມລິກາ Donald Trump ເຄີຍມີຂໍ້ສັງເກດເຕັມໄປດ້ວຍຄວາມຫວັງຫຼາຍຢ່າງໃນການພົບປະຂັ້ນສຸດຍອດ ອາດຈະແມ່ນບາດກ້າວເດີນໂດຍກົງເຖິງສັນຕິພາບ. ໃນຂະນະນັ້ນ, ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ, ພັດເຕື້ອງເຖິງຄວາມສາມາດວ່າ ພຽງຢາງ ສ້າງຕັ້ງການພົວພັນໃໝ່ກັບວໍຊິງຕັນ. ຂໍ້ມູນຂ່າວດັ່ງກ່າວໄດ້ຊີ້ໃຫ້ເຫັນການປ່ຽນແປງໃນວິທີສຳຜັດຂອງພຽງຢາງ ສຳລັບວໍຊິງຕັນ.
        ພາຍຫຼັງເກືອບ 7 ທົດສະວັດສູ້ຢັນກັນ, ບັນດາຄວາມບໍ່ລົງລອຍກັນລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ແນ່ນອນວ່າບໍ່ອາດແກ້ໄຂໄດ້ໃນຂອບເຂດຂອງການພົບປະຂັ້ນສຸດຍອດນີ້. ເຖິງຢ່າງໃດກໍ່ຕາມ, ເລື່ອງການພົບປະໄດ້ດຳເນີນກໍ່ແມ່ນບາດກ້າວທີ່ໃຫຍ່ຫຼວງທີ່ສຸດ, ແມ່ນກາລະໂອກາດທີ່ຫາຍາກລະຫວ່າງການນຳ 2 ປະເທດເປັນປໍລະປັກ ເພື່ອຊອກຫາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ.
 (ແຫຼ່ງຄັດຈາກ VOV)


top