ອາຊີບ ຫວຽດ

ເລີ່ມຕົ້ນທຸລະກິດດ້ວຍ decor ກົນຈັກ

ພາຍຫຼັງການສ້າງຫຼາຍເທື່ອ ບໍ່ປະສົບຜົນເລັດ, ສຸດທ້າຍ ທ່ານ ຫງວຽນຕວັນແອ໋ງ ກໍ່ໄດ້ກາຍເປັນເຈົ້າ ຂອງ decor ກົນຈັກສິ ລະປະ ທີ່ມີຊື່ສຽງ ຢູ່ນະຄອນ ໂຮ່ຈີມິນ. 
ທ່ານ ຫງວຽນຕວັນແອ໋ງ ກຳເນີດຢູ່ ດ່າລາດ, ແຕ່ຍ້າຍມາ ຮໍ່າ ຮຽນ ແລະ ເຮັດວຽກຢູ່ ໄຊງ່ອນ ຈົນເຖິງປັດຈຸບັນ. ເພິ່ນໃສ່ແວ່ນ ຕາສັ້ນ, ຈົ່ງຜົນຈຸກ, ເພິ່ນອາຍຸ 35 ປີ ເບິ່ງຄືນັກດົນຕີ, ເປັນ ຄົນ ມັກສິ່ງໃໝ່ໆ ແລະ ຄວາມເປັນສ່ວນຕົວ.  

ທ່ານ ຕວັນແອ໋ງ ໄດ້ເຫັນຫົນທາງທ່ີຖືກຕ້ອງ ໃນການເລີ່ມຕົ້ນ ທຸລະກິດ ດ້ວຍຄວາມມັກຮັກໃນສິລະປະ. ດ້ວຍ decor ກົນ ຈັກ. ເພິ່ນໃຫ້ຮູ້ວ່າ: “ເບ້ືອງຕົ້ນທີ່ທຳອາຊີບ decor ກົນຈັກ, ຂ້າ ພະເຈົ້າໄດ້ຮັບຄວາມຫຍຸ້ງຍາກ ຫຼາຍປະການ. ປະເພດ ສິນຄ້າ ໃນເບື້ອງຕົ້ນ ແມ່ນປະເພດສິນຄ້າທີ່ແປກໃໝ່, ເຮົາຕ້ອງສ້າງ ຕະຫຼາດ ສະເພາະຂອງຕົນເອງ”.​ ຈາກບັນດາ ແນວຄວາມ ຄິດ ທີ່ມີໃນ ວີດີໂອ ຊຶ່ງໄດ້ລົງໃນ Facebook, Instagram, Twitter... ທ່ານ ຕວັນແອ໋ງ ຈະເລືອກເອົາແນວ ຄວາມຄິດ ໃດ ທີ່ເໝາະສົມກັບມາດຖານຂອງຕົນເອງ. ບໍ່ເຄີຍ ໄດ້ຮຽນກົນ ຈັກ, ບໍ່ເກັ່ງດ້ານເຕັກນິກ, ແຕ່ທ່ານ ຕວັນແອ໋ງ ມີທ່າແຮງກ່ຽວ ກັບ logic ແລະ ຄວາມຫຼົງໄຫຼ ກັນສິລະປະ. 


ໂຕະເຮັດວຽກຂອງທ່ານ ຕວັນແອ໋ງ


ລິບລົດເພ ໄດ້ໝູນໃຊ້


ໂສ້ລົດຈັກ ເປັນວັດຖຸຂາດບໍ່ໄດ້ໃນ decor ກົນຈັກ


ອະນາໄມ ເຄື່ອງຈັກ ດ້ວຍ ແອັດຊັງ


ແບບຢ່າງໃນເບື້ອງຕົ້ນຂອງ decor ກົນຈັກ


ຊ່ຽງ ພາກສ່ວນເຄື່ອງຈັກ ເພ ຕາມຄວາມມັກຂອງຕົນເອງ


ສິ່ງຫຍຸ້ງຍາກສຸດໃນການທໍາ decor ກົນຈັກ ແມ່ນຄວາມຄິດ



ການປະກອບຈານແຂ້ວເຟືອງຕ້ອງໄດ້ປະຕິບັດຢ່າງລະອຽດ


ຈານແຂ້ວເຟືອງ ຕ້ອງເຂົ້າກັນ


ຈານແຂ້ວເຟືອງ ໄດ້ປະກອບໃຫ້ເຂົ້າກັນ


ຈອດໃຫ້ຜະລິດຕະພັນ ກົນຈັກ decor ມີຄວາມແໜ້ນແກ່ນ


ທາສີໃຫ້ແກ່ຜະລິດຕະພັນ


ຜະລິດຕະພັນສຳເລັດຮູບ

ເພິ່ນໄປຊອກຊື້ເຄື່ອງອາໄຫຼ່ລົດໃຫຍ່, ລົດຈັກເກົ່າຈາກ ຮ້ານ ເກັບຊື້ ແລະ ຂາຍປະເພດສິນຄ້າດັ່ງກ່າວຫຼາຍແຫ່ງ. ເຄື່ອງ ອາ ໄຫຼ່ລົດໃຫຍ່, ລົດຈັກເກົ່າ ທີ່ຊື້ມາ ເພິ່ນຈະເອົາໄປທໍາ ຄວາມ ສະອາດ, ຕັດ, ຄັດຖູໃຫ້ຖືກ ກັບແນວຄວາມຄິດ ຂອງ ເພິ່ນ. 

ເພິ່ນໃຫ້ຮູ້ວ່າ ສິ່ງຫຍຸ້ງຍາກສຸດໃນການທໍາ decor ກົນຈັກ ແມ່ນຄວາມຄິດ. ເມື່ອມີແນວຄວາມຄິດແລ້ວ, ເພິ່ນບໍ່ຕ້ອງການແບບແຕ້ມ, ບໍ່ຕ້ອງການວາງໂຄງຮ່າງ, ທຸກສິ່ງທຸກຢ່າງແມ່ນຢູ່ໃນສະໝອງ ຂອງ ເພິ່ນຢູ່ແລ້ວ ແລະ ເພິ່ນຈະຕິດຕັ້ງ ດ້ວຍມື, ສຳພັດດ້ວຍຕາ. 

“ກົນຈັກ ບໍ່ແມ່ນວັດຖຸທີ່ແຂງກະດ້າງ, ຕາມທັດສະນະ ຂອງ ຫຼາຍຄົນ, ມັນມີຈິດວິນຍານ, ບໍ່ມີສະຕິ, ບໍ່ມີຄວາມຮູ້ສຶກ”..
ທ່ານ ຕວັນແອ໋ງ ໃຫ້ຮູ້ວ່າ: “ຜະລິດຕະພັນ ກົນຈັກ ສິລະປະ ຈະ ມີ 2 ສ່ວນຄື: ບໍ່ເຄື່ອນໄຫວ ແລະ ເຄື່ອນໄຫວ. ເມື່ອຕິດຕັ້ງຈານ ແຂ້ວເຟືອງ ຢູ່ຄຽງຂ້າງກ້ານສູບ, ມັນຕ້ອງມີສາຍ ເຊື່ອມຕໍ່ເພື່ອ ເຮັດໃຫ້ເຄື່ອນໄຫວ. ຕູ້ລົດຄວາມຮ້ອນ, ຖັງນໍ້າມັນ, ນອດ ເປັນ ພາກສ່ວນບໍ່ເຄື່ອນໄຫວ ຕິດມານຳ ເພື່ອປະດິດສ້າງ ຜະລິດ ຕະພັນ ໜຶ່ງທີີ່ສວຍງາມ, ການຈັດວາງ ແບບວິທະຍາສາດ”.

ພາຍຫຼັງດໍາເນີນ ມາເປັນເວລາ 2 ປີ, ເຖິງປັດຈຸບັນ ທ່ານ ຕວັນ ແອ໋ງ ໄດ້ຜະລິດອອກມາຜະລິດຕະພັນ ຫຼາຍຮ້ອຍ ຊຸດໃຫ້ແກ່ ລູກຄ້າ. ເພິ່ນກໍ່ເປັນຜູ້ສ້າງທ່າອ່ຽງ decor ໃໝ່ໃນວົງ ການນັກ ຫຼິ້ນ ລົດ ແລະ ໄດ້ຮັບຄວາມນິຍົມ ບໍ່ໜ້ອຍ. 

ທ່ານ ຕວັນແອ໋ງ ໃຫ້ຮູ້ວ່າ: “ຜະລິດຕະພັນໃດ ທີ່ບໍ່ມີລາຍເຊັນຂອງ ຂ້າພະເຈົ້າ ແມ່ນຜະລິດຕະພັນ ບໍ່ທັນງາມເທື່ອ. ຜະລິດ ຕະພັນໃດ ທີ່ຂ້າພະເຈົ້າເຊັນລາຍຊື່ ຈະກາຍເປັນຜະລິດ ຕະ ພັນມີສິດຜູກຂາດ ແລະ ມີຄຸນຄ່າສູງກວ່າ”. ເພາະສະນັ້ນ, ຜະ ລິດຕະພັນ ກົນຈັກ decor ໂດຍທ່ານ ຕວັນແອ໋ງ ເປັນ ຜູ້ຜະ ລິດ ຈະມີລາຄາ ຖືກສຸດແມ່ນ 600.000 ດົ່ງ ແລະ ແພງທີ່ສຸດ ແມ່ນ ຫຼາຍຮ້ອຍລ້ານດົ່ງ. 

ຜະລິດຕະພັນ ກົນຈັກ decor ຈຳນວນໜຶ່ງຂອງທ່ານ ຕວັນແອ໋ງ



















 
Bài và ảnh: Thông Hải

top