ຂ່າວສານ

ເລຂາທົ່ວປະເທດພັກກອມມູນິດຝລັ່ງ: ປາດຖະໜາຢາກໃຫ້ການພົວພັນຝລັ່ງ-ຫວຽດນາມ ເຕີບໃຫຍ່ເຂັ້ມແຂງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຮັດວຽກກັບທ່ານ Fabien Roussel, ເລຂາທົ່ວປະເທດຂອງພັກກອມມູນິດ ຝລັ່ງ.

ໃນລະຫວ່າງວັນທີ 03 – 05 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມປະເທດ ສ.ຝລັ່ງ ຢ່າງເປັນທາງການ. ຕາມລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຮັດວຽກກັບທ່ານ Fabien Roussel, ເລຂາທົ່ວປະເທດຂອງພັກກອມມູນິດ ຝລັ່ງ.

        ເມື່ອແລກປ່ຽນກັບນັກຂ່າວ VOV, ກ່ອນການຢ້ຽມຢາມ, ທ່ານ Fabien Roussel ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າປາດຖະໜາຢາກຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຝລັ່ງ - ຫວຽດນາມ ຂຶ້ນສູ່ລະດັບສູງສຸດເທົ່າທີ່ສາມາດຈະເຮັດໄດ້, ບົນພື້ນຖານການຮ່ວມສຳພັນ ກໍຄືຄວາມສະໜິດຕິດພັນທາງດ້ານປະຫວັດສາດລະຫວ່າງ 2 ປະເທດ. ຝລັ່ງ ມີການພົວພັນແບບພິເສດໃຫ້ບຸລິມະສິດສຳລັບ ຫວຽດນາມ. ຍ້ອນການພົວພັນພິເສດດັ່ງກ່າວ, ພວກຂ້າພະເຈົ້າຈະເຮັດທຸກສິ່ງທຸກຢ່າງຕາມຄວາມສາມາດ ເພື່ອໜູນຊ່ວຍປະຊາຊົນ ຫວຽດນາມ ໄດ້ສຳຜັດກັບວັກຊິນຢ່າງຄົບຖ້ວນ”.

        ທ່ານ Fabien Roussel ເນັ້ນໜັກວ່າ, ພັກກອມມູນິດ ຝລັ່ງ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

(ໜັງສືພິມ ຝລັ່ງ ຫຼາຍສະບັບກໍ່ລົງບົດຂຽນກ່ຽວກັບການຢ້ຽມຢາມ ຝລັ່ງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)

 ໃນເຫດການທີ່ກ່ຽວຂ້ອງ, ໜັງສືພິມ ຝລັ່ງ ຫຼາຍສະບັບກໍ່ລົງບົດຂຽນກ່ຽວກັບການຢ້ຽມຢາມ ຝລັ່ງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

ໃນນັ້ນໜັງສືພິມ “Humanite” ຂອງພັກກອມມູນິດ ຝລັ່ງ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ອາດຈະໄດ້ຮັບການສະໜັບສະໜູນຈາກ ຝລັ່ງ ເພື່ອກາຍເປັນເສົາຄ້ຳເປັນກາງໃນການພົວພັນລະຫວ່າງ ອາຊີ ແລະ ເອີລົບ ໃນສະພາບການແກ່ງແຍ້ງດ້ານພູມສາດການເມືອງນັບມື້ນັບສັບສົນຢູ່ພາກພື້ນ ອິນເດຍ - ປາຊີຟິກ.

        ສ່ວນໜັງສືພິມລາຍວັນກ່ຽວກັບເສດຖະກິດ “La Tribune” ຖືວ່າ ການຢ້ຽມຢາມ ຝລັ່ງ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເປັນການເປີດບັນດາກາລະໂອກາດໃຫຍ່ດ້ານການຄ້າ, ມີສັນຍາສຳຄັນຫຼາຍສະບັບອາດຈະໄດ້ລົງນາມຢູ່ ປາຣີ ໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)


top