ຂ່າວສານ

ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ບັນດາປະເທດຮັ່ງມີແບ່ງປັນວັນຊິນກັນໂຄວິດ - 19

      ວັນທີ 28 ມີນາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດຮັ່ງມີ ແບ່ງປັນວັກຊິນກັນໂຄວິດ - 19 ເພື່ອຊ່ວຍໃຫ້ຢຸດຕິໂລກລະບາດໂຄວິດ - 19.
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ (ພາບ: TTXVN)
      ທ່ານ ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ລະບົບສາກົນໜູນຊ່ວຍວັກຊິນໃຫ້ແກ່ບັນດາປະເທດທຸກຍາກ (COVAX) ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນມີການເຄື່ອນໄຫວສະສົມຢ່າງຫຼວງຫຼາຍ. ຕາມທ່ານ Antonio Guterres ແລ້ວ, ເລື່ອງຢຸດຕິໂລກລະບາດໂຄວິດ - 19 ແມ່ນຂຶ້ນກັບຄວາມສາມາດໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນໃນທົ່ວໂລກເປັນສ່ວນຫຼາຍ. ທ່ານຮຽກຮ້ອງໃຫ້ສະໜັບສະໜູນກົນໄກໂດຍກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນຢູ່ແຖວໜ້າ ໂລກ (G20) ໜູນຊ່ວຍເພື່ອຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ - 19 ໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)


top