ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ.ອີນໂດເນເຊຍ ຢ່າງເປັນທາງການ ແລະ ຢ້ຽມຢາມ ທາງລັດຖະກິດ ມຽນ​ມາ

      ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ່າອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອີນໂດເນເຊຍ.

ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ 
      ໂດຍໄດ້ຮັບຄຳເຊີນຂອງທ່ານ Joko Widodo ປະທານາທິບໍດີ ສາທາລະນະລັດ ອີນໂດເນເຊຍ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະ     ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະໄປຢ້ຽມຢາມສາທາລະນະລັດ ອີນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 ເຖິງ 24 ສິງຫາ 2017. ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ່າອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອີນໂດເນເຊຍ.
        ໂດຍຮັບຄຳເຊີນຂອງທ່ານ  Htin Kyaw ປະທານາທິບໍດີ ສະຫະພາບ ມຽນມາ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະໄປຢ້ຽມຢາມ ທາງລັດຖະກິດສະຫະພາບ ມຽນມາ ໃນລະຫວ່າງວັນທີ 24 – 26 ສິງຫາ 2017. ການຢ້ຽມຢາມແມ່ນເພື່ອແນໃສ່ກຳນົດຂອບເຂດການພົວພັນສະແດງໃຫ້ເຫັນຂີດໝາຍໃໝ່, ລະດັບສູງໃໝ່, ພະລັງແຮງໃໝ່ໃຫ້ການພົວພັນສອງປະເທດໃນທຸກໆຂົງເຂດ.
(ແຫຼ່ງຄັດຈາກ VOV)

top