ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ. ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ. ກູບາ ຢ່າງເປັນທາງການ

      ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມໄປຢ້ຽມຢາມ ສ.ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ

ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະໄປຢ້ຽມຢາມ ສ.ຝລັ່ງ
ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ

(ພາບ: TTXVN )
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron  ແລະ ທ່ານເລຂາເອກ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ Raul Castro Ruz, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມໄປ ຢ້ຽມຢາມ ສ.ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ . ຕາມແຈ້ງການ ໃນວັນທີ 21 ມີນາ ຂອງຄະນະພົວພັນການຕ່າງປະເທດສູນກາງ, ການຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການຈະໄດ້ດຳເນີນໃນລະຫວ່າງວັນທີ 25 – 27 ມີນາ 2018, ສ່ວນການຢ້ຽມຢາມທາງລັດຖະກິດຢູ່ສ.ກູບາ ຈະໄດ້ດຳເນີນໃນລະຫວ່າງວັນທີ 28 – 30 ມີນາ 2018.    
 (ແຫຼ່ງຄັດຈາກ VOV)
 

top