ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ

ຕອນເຊົ້າວັນທີ 7/12, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດຊຶ່ງ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນປະເທດສາກົນ ຫວຽດນາມ ປີ 2022.
  ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງແລະທ່ານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດຈັນສະໝອນ ຈັນຍາລາດ   

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ກະຊວງປ້ອງກັນປະເທດ ຂອງ 2 ປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີໄຊ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດອະນຸສັນຍາ ແລະ ໂຄງການ ແຜນງານຮ່ວມມືລະຫວ່າງ 2 ກະຊວງຢ່າງມີປະສິດທິຜົນ.; ພ້ອມກັນນັ້ນ, ສືບຕໍ່ໂຄສະນາເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບຄວາມໝາຍປະຫວັດສາດ ແລະ ຄວາມສຳຄັນຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ໃນທົ່ວກອງທັບ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຂອບອົກຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫຼືອອັນ ໃຫຍ່ຫຼວງນັບແຕ່ກ່ອນ ມາເຖິງ ປະຈຸບັນ, ໃນນັ້ນມີນ້ຳໃຈສາມັກຄີ, ຜູກພັນ ແລະ ໜູນຊ່ວຍຂອງກອງທັບລາວ; ພ້ອມກັນນັ້ນ, ຢືນຢັນຄວາມໝາຍຂອງການພົວພັນແບບພິເສດຫວຽດນາມ - ລາວ.

ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ຢືນຢັນວ່າ: ບໍ່ວ່າໃນສະພາບການໃດກໍ່ຕາມ, ກະຊວງ ປ້ອງກັນ ປະເທດລາວ ຈະສົມທົບກັນຢ່າງ ແໜ້ນແຟ້ນ ກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ສອງພັກ ສອງລັດ ແລະ ປະຊາຊົນສອງປະເທດໄດ້ມອບໝາຍໃຫ້.


top