ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊູມ ຄະນະພັກຕຳຫລວດສູນກາງ

ຕອນບ່າຍວັນທີ 1 ທັນວາ ຢູ່ຮ່າໂນ້ຍ, ຄະນະພັກຕຳຫລວດສູນກາງໄດ້ຈັດ ກອງປະຊຸມ ຕີລາຄາໝາກຜົນວຽກງານປີ 2020, ປຶກສາຫາລືໜ້າທີ່ວຽກງານ ປີ 2021 ຂອງອົງຄະນະພັກຕຳຫລວດສູນກາງ ແລະ ບັນດາເນື້ອໃນການ ກຳນົດທິດໃຫຍ່ ເພື່ອສ້າງກຳລັງຕຳລວດປະຊາຊົນ ເປັນກຳລັງຫຼວງ ທັນສະໄໝ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ 

ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະເໜີ ອົງຄະນະພັກຕຳຫລວດສູນກາງຄວນສືບຕໍ່ນຳພາກຳລັງຕຳຫລວດປະຊາຊົນ ຕັດສິນໃຈສູງກວ່າອີກ ວາງອອກການວິທີການແກ້ໄຂ້ ໂດຍມີຈຸດສຸມ, ເໝາະສົມ ແນໃສ່ປະຕິບັດບັນດາເປົ້າໝາຍ ຄວາມຮຽກຮ້ອງ ຕ້ອງການ, ໜ້າທີ່ການເມືອງ ທີ່ໄດ້ວາງອອກໃນປີ 2021 ແລະຊຸມປີຕໍ່ໄປ. ທ່ານກ່າວວ່າ:

        “ໃນຖານະຕຳແໜ່ງຂອງຕົນ, ໜ້າທີ່ຈຸດສູງຂອງກຳລັງຕຳຫລວດປະຊາຊົນ ແມ່ນຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ບັນດາເຫດການເມືອງທີ່ສຳຄັນຂອງປະເທດຊາດຢ່າງເດັດຂາດ, ຕ້ອງຮັກສາປະເທດຊາດສືບຕໍ່ພັດທະນາ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງເພື່ອທຽບເທົ່າກັບບັນດາປະເທດໃນໂລກ. ຢາກເຮັດໄດ້ ເຊັ່ນນັ້ນ, ໃນບໍ່ວ່າສະພາບການໃດໆຂອງປະເທດຊາດ, ພວກເຮົາຕ້ອງການ ມີຄວາມສະຫງົບ, ມີສະຖຽນລະພາບເພື່ອພັດທະນາ, ເປັນຂີດໝາຍບາດກ້າວ ຂະຫຍາຍຕົວໃໝ່ໃນໄລຍະໃໝ່. ພ້ອມກັບການກໍ່ສ້າງນັ້ນ, ຕ້ອງເດັດດ່ຽວຕໍ່ສູ້ ຢ່າງແຂງແຮງ, ປະຕິເສດບັນດາທັດສະນະ, ແນວຄິດທີ່ຜິດພາດ, ບັນດາການກະທຳລະເມີດກົດໝາຍ, ໄປຝືນກັບຈິດໃຈຂອງປະຊາຊົນ, ຂັດກັບ ແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດ. ຕໍ່ສູ້ບໍ່ພຽງແຕ່ເພື່ອ ຕ້ານສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ເທົ່ານັ້ນ, ຫາກຍັງຕ້ານການເສື່ອມຖອຍ ທາງດ້ານແນວຄິດການເມືອງ, ຄຸນສົມບັດວິຖີຊີວິດອີກດ້ວຍ”.
 

(ແຫຼ່ງຄັດຈາກ VOV)
 

top