ຂ່າວສານ

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອິດສະລາແອນ

ຕອນເຊົ້າວັນທີ 24 ພຶດສະພາ (ຕາມເວລາທ້ອງຖິ່ນ) ທີ່ນະຄອນ Jerusalem, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ພົບປະກັບທ່ານປະທານາທິບໍດີ ອິດສະລາແອນ Reuven Rivlin. 

ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ
ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອິດສະລາແອນ Reuven Rivlin (ພາບ: TTXVN)

ນະທີ່ນີ້, ທ່ານປະທານາທິບໍດີ Reuven Rivlin ໄດ້ຊົມເຊີຍບັນດາຜົນງານດີງາມ ຊຶ່ງ ຫວຽດນາມ ຍາດໄດ້ໃນ 40 ປີຜ່ານມາ, ພິເສດແມ່ນໃນບັນດາຂົງເຂດກະສິກຳ, ສາທາລະນະສຸກ, ການທ່ອງທ່ຽວແມ່ນບັນດາຂົງເຂດທີ່ທ່ານໄດ້ເຫັນປະຈັກຕາ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ ອິດສະລາແອັນ ກໍ່ຕີລາຄາສູງການໜູນຊ່ວຍຂອງອຳນາດການປົກຄອງສຳລັບເຂດເສດຖະກິດເອກະຊົນ ແລະ ການພັດທະນາຂອງກອງທັບ ຫວຽດນາມ.

        ສ່ວນທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ສະເໜີໃຫ້: ທ່ານປະທານາທິບໍດີ ອິດສະລາແອນ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍເລື່ອງຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາຄູ່ຮ່ວມມື ອິດສະລາແອນ ແລະ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ, ໃນບັນດາຂົງເຂດ ຊຶ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ. ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຢືນຢັນວ່າ: ການຢ້ຽມຢາມ ແລະ ເຮັດວຽກຢູ່ ອິດສະລາແອນ ຂອງຄະນະຜູ້ແທນນະຄອນ ໂຮ່ຈີມິນ ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ, ພິເສດແມ່ນໃນຂົງເຂດ start up ຢ່າງຫົວຄິດປະດິດສ້າງ ແລະ ກໍ່ສ້າງຕົວເມືອງສະຫລາດ. ນະຄອນ ໂຮ່ຈີມິນປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ອິດສະລາແອນ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ.

(ແຫຼ່ງຄັດຈາກ VOV)



top