ທ່ອງທ່ຽວ

“ເມືອງທີ່ບໍ່ເຄີຍນອນ” ຢູ່ ຝູກວັກ

ເມື່ອກ່າວເຖິງ ຝູກວັກ (ແຂວງ ກຽນຢາງ) ຈະບໍ່ຄວນພາດ Grand World - “ເມືອງທີ່ບໍ່ເຄີຍນອນ” ທີ່ຟົດຟື້ນ ແລະ ສວຍງາມ. ສະ ຖານທີ່ແຫ່ງນີ້ ຖືກປຽບກັບ ນະຄອນ Venice ຫຍໍ້ສ່ວນ ຢູ່ໃນໃຈ ກາງ ຂອງ ເກາະໄຂ່ມຸກ ດ້ວຍບັນດາລຳຄອງ ທີ່ມີຄວາມງາມ ຢ່າງຊວນຝັນ, ບັນດາແຖວເຮືອນ ທີ່ຫຼາກຫຼາຍສີສັນ ແລະ ລາຍການສະແດງສິລະປະ ລະດັບໂລກ.

ເມື່ອກ່າວເຖິງ ຝູກວັກ (ແຂວງ ກຽນຢາງ) ຈະບໍ່ຄວນພາດ Grand World - “ເມືອງທີ່ບໍ່ເຄີຍນອນ” ທີ່ຟົດຟື້ນ ແລະ ສວຍງາມ. ສະ ຖານທີ່ແຫ່ງນີ້ ຖືກປຽບກັບ ນະຄອນ Venice ຫຍໍ້ສ່ວນ ຢູ່ໃນໃຈ ກາງ ຂອງ ເກາະໄຂ່ມຸກ ດ້ວຍບັນດາລຳຄອງ ທີ່ມີຄວາມງາມ ຢ່າງຊວນຝັນ, ບັນດາແຖວເຮືອນ ທີ່ຫຼາກຫຼາຍສີສັນ ແລະ ລາຍການສະແດງສິລະປະ ລະດັບໂລກ.

Grand World-“ເມືອງທີ່ບໍ່ເຄີຍນອນ” ເບິ່ງຈາກມຸມສູງ. ພາບ: ເຈືອງຝູກວັກ. ພາບ: ເຈືອງຝູກວັກ
Urban Park-ສວນສາທາລະສິລະປະ ຮ່ວມສະໄໝ.

ໂດຍ​ຕັ້ງ​ຢູ່ໃນໃຈກາງກຸ່ມ ຝູກວັກ United Center, Grand World ຝູກວັກ ເປັນ​ເຈົ້າ​ຂອງທີ່ຕັ້ງພູມສາດ ທີ່ສະດວກສະບາຍ ທີ່ ຫາດຢ່າຍ, ຕາແສງ ແກ່ງເຢົ່າ, ນະຄອນ ຝູກວັກ. ຫ່າງຈາກ ໃຈກາງ ນະຄອນ ປະມານ 24 ກມ ແລະ ສະໜາມບິນ ຝູກວັກ 38 ກມ, Grand World ດຶງດູດນັກທ່ອງທ່ຽວ ມາຄົ້ນພົບໄດ້ ຢ່າງງ່າຍດາຍ.

ໄດ້ຮັບຂະໜານ​ນາມ​ວ່າ “ເມືອງ​ທີ່​ບໍ່​ເຄີຍ​ນອນ”, Grand World ຝູກວັກ ມີຄວາມ​ຄຶກ​ຄື້ນຕະຫຼອດ 24/7ດ້ວຍກິດ​ຈະ​ກຳ ແລະ ຄວາມບັນ​ເທີງຕ່າງໆ​ ທີ່​ຫຼາກ​ຫຼາຍ. ສະຖານ​ທີ່​ນີ້​​ເຕົ້າ​ໂຮມ​ບັນດາ​ລາຍການ​ສະ​ແດງ​ລະດັບ​ໂລກ​ເຊັ່ນ: “​ສິ່ງຍອດຍິ່ງ ​ຫວຽດນາມ”, “ສີສັນ​ Venice”, ພ້ອມ​ກັບ​ລາຍການ​ສະ​ແດງ​ຂະໜາດນ້ອຍ​ກວ່າ 2920 ​ລາຍການ ​ໃນ​ຕອນ​ກາງ​ເວັນ ​ແລະ​ ລາຍການສະ​ແດງ​ສິລະ ​ເທິງ​ຖະໜົນ 265 ລາຍການ​ໃນ​ແຕ່ລະ​ປີ.

ໂດຍ​ໄດ້​ຮັບ​ແຮງບັນດານ​ໃຈ​ ຈາກ​ຕົວ​ເມືອງ ​ຂອງ ​ເອີຣົບ, Grand World ຝູກວັກ ມີ​ສະຖາປັດຕະຍະກຳລະດັບຊັ້ນນຳ ແລະ ​ເປັນ​ເອກະລັກ​ສະ​ເພາະ. ນອກຈາກນັ້ນ, ດ້ວຍການບໍລິການ ສະດວກສະບາຍ ທີ່ຫຼາກຫຼາຍ ນັບແຕ່ການບັນເທີງ, ການພັກຜ່ອນ, ຄົ້ນພົບ ເປັນສະຖານທີ່ ບັນເທີງ ຢືນຢູ່ ອັນດັບ ແຖວໜ້າຂອງ ອາຊີ ຕາເວັນອອກສ່ຽງໃຕ້. ພິເສດ, ສະຖານທີ່ ແຫ່ງນີ້ ຍັງເປັນທີ່ຮູ້ຈັກກັນວ່າເປັນ “ເມືອງທີ່ບໍ່ເຄີຍນອນ”, ມີເອກະລັກສະເພາະ ເພື່ອໃຫ້ນັກທ່ອງທ່ຽວໄດ້ສໍາຜັດ.

ໄປຕາມກະແສນ້ໍາ ຢູ່ຄອງ Venice ເທິງເຮືອ Gondola ທີ່ມີຊື່ສຽງ-Grand World.

ມາຍັງ “ຄອງ Venice ສະບັບ ຫວຽດນາມ” ທີ່ມີຄວາມຍາວ 400 ມ ຄ່ອຍໆ ໄດ້ສ້າງສຳເລັດ, ນັກລົງທຶນສາມາດໄດ້ຮັບຊົມ ການອອກແບບທີ່ເປັນສິ່ງຍອດຍິ່ງ ຂອງ ວັດທະນະທໍາ ອີຕາລີ ດ້ວຍເຮືອ Gondolas 15 ລຳ ທ່າມກາງບັນຍາກາດ ທີ່ຄຶກຄື້ນ, ນີ້ເປັນບ່ອນມີນັກຮ້ອງ ທັງຂີ່ເຮືອ ທັງຮ້ອງເພງ Opera ພ້ອມກັບ ບັນດາກິດຈະກໍາທີ່ໜ້າຈັບຕາຈັບໃຈເຊັ່ນ: ແຕ້ມຮູບ, ຫຼິ້ນກົນ, ດົນຕີ Venice, ສະແດງ ແຟຊັ່ນ... ລຽບຕາມຄອງແມ່ນເຂດ shophouse ທີ່ຫຼາກຫຼາຍສີສັນ, ສະຫງວນໃຫ້ແກ່ ການ ຮັບປະທານອາຫານ, ດື່ມກາເຟ ມີວີວຄອງທີ່ມີຄວາມງາມ ຊວນຝັນ ແລະ ໄດ້ຖືວ່າ ເປັນໜຶ່ງ ໃນສະຖານທີ່ ຊົມພາບ ຕາເວັນຕົກດິນ ສວຍງາມທ່ີສຸດ ຢູ່ເກາະໄຂ່ມຸກແຫ່ງນີ້.

ສິ່ງທ່ີປະທັບໃຈ ອີກແຫ່ງໜຶ່ງ ກໍ່ຄື, “ເຂດຈະຕຸລັດ ຮວ່ຽນຖ້ວາຍ” (ຕຳນານ) ແລະ “ເຂດຈະຕຸລັດ ຫວູດ້ຽວ ຍຽດເດີ໋ຍ” (ວາດຟ້ອນ ເຂດຮ້ອນ) ຈະແນະນໍາໃຫ້ນັກທ່ອງທ່ຽວ ບັນດາໂຄງການ ທີ່ມີຄວາມງາມ ບໍ່ຊໍ້າແບບໃຜເຊັ່ນ: ກິດຈະກໍາໄມ້ໄຜ່ ໃຫຍ່ທີສຸດ ຫວຽດນາມ, ລາຍການສະແດງ ທີ່ເປັນພາບສົມຈິງ “ສິ່ງຍອດຍິ່ງ ຫວຽດນາມ” ທີ່ໃຫຍ່ໂຕ ຫຼື ງານບຸນດົນຕີ ທີ່ຄຶກຄື້ນມ່ວນຊື່ນ ຢູ່ຕາມຝັ່ງຫາດຊາຍ ຈະຕໍ່ຍາວ ການສຳຜັດ ຢູ່ເມືອງ ທີ່ບໍ່ເຄີຍນອນທີ່ Grand World.

Venice ອາຊີ ດຶງດູດນັກທ່ອງທ່ຽວ ດ້ວຍສີສັນທີ່ສົດໃສ.
ລາຍການສິລະປະ ທີ່ເປັນເອກະລັກສະເພາະຢູ່ Grand World ຝູກວັກ. 

ນອກຈາກນັ້ນ ຍັງມີບັນດາຈຸດເດັ່ນ ຊຶ່ງນັກທ່ອງທ່ຽວ ບໍ່ສາມາດ ພາດເຊັ່ນ: ທະເລສາບ ຕິ່ງອຽວ (ຄວາມຮັກ)-ບ່ອນຈັດງານບຸນ ແສງສະຫວ່າງ, ຫໍພິພິທະພັນ ໝີ Teddy, ສວນສາທາລະສິລະປະ ຮ່ວມສະໄໝ Urban Park ແລະ ທາດ ແຮ້ນຮໍ່ (ນັດໝາຍ)... 

Grand World ສັງກັດ​ກຸ່ມ United Center. ພາບ: ເຈືອງຝູກວັກ

ດ້ວຍປະສົບການຕົວຈິງທີ່ຫຼາກຫຼາຍ, Grand World ຝູກວັກ ໝັ້ນໝາຍວ່າຈະນຳຊ່ວງເວລາບັນເທີງໃຈ ທີ່ບໍ່ມີທີ່ສິ້ນສຸດ ມາໃຫ້ທ່ານ. ບໍ່ວ່າທ່ານເປັນໃຜ ຫຼື ທ່ານນິຍົມມັກຫຍັງ, Grand World ກໍສາມາດເຮັດໃຫ້ທ່ານພໍໃຈ. 

  • ບົດ: ເລມິນ -​ ພາບ: ເລມິນ, ເຈືອງຝູກວັກ ແລະ ເອກະສານ Vinpearl - ແປໂດຍ: ບິກລຽນ

 


top