ຄົ້ນພົບ

ເມກ ເທິງກີ່ວ ເຂົາຟ້າ

ສະຖານທ່ີ ກ່ີວ ເຂົາຟ້າ (ເມືອງ ມູ່ກັງຈ໊າຍ, ແຂວງ ອຽນບ໋າຍ)  ບໍ່ພຽງແຕ່ ດຶງດູດນັກທ່ອງທ່ຽວ ໃນລະດູເອົານໍ້າເຂົ້ານາ ຫຼື ຍາມເຂົ້າສຸກ ເຫຼືອງເທົ່ານັ້ນ, ແຕ່ຍັງມີຄວາມງາມ ຈົນຕ້ອງຕົກຕະລຶງ ເມື່ອເມກ ບິນເລື່ອນລອຍ ປົກຄຸມ ພູຜາປ່າດົງ, ທົ່ງນາ, ໝູ່ບ້ານ ຂອງ ຊົນເຜົ່າ ມົ້ງ ແລະ ຊົນເຜົ່າຜູ້ໄທ. 
ຕາມການແນະນຳ ການທ່ອງທ່ຽວ ຂອງ ນັກທ່ອງທ່ຽວ ອິດສະຫຼະ ແລະ  ບໍລິສັດທ່ອງທ່ຽວ, ລະດູ ເມກ ຢູ່ພາກຕາເວັນຕົກສຽງເໜືອ ມີສະເພາະ ແຖບດິນ ທີ່ມີຊື່ສຽງຄື:  ຕ່າຊົ່ວ, ມົກເຈົາ (ແຂວງ ເຊີນລາ), ຮວ່າງລຽນເຊີນ, ອີ໋ຕີ໋ (ແຂວງ ລາວກາຍ) ແຕ່ບໍ່ຄ່ອຍກ່າວເຖິງຄວາມງາມ ຂອງ ລະດູເມກ ຢູ່ ກີ່ວ ເຂົາຟ້າ. ທັງນີ້ເພາະວ່າ ກວ່າຈະໄດ້ເຫັນເມກ ເລື່ອນລອຍ ຢູ່ທີ່ນີ້ ແມ່ນຫາຍາກທີ່ສຸດ. ພວກຂ້າພະເຈົ້າ ໃຊ້ເວລາ ເກືອບ 10 ປີ, ປີລະ 2 ຄັ້ງມາທີ່ນີ້, ແຕ່ຈະເຫັນ ເມກ ເລື່ອນລອຍເຂົ້າໝູ່ບ້ານ, ທົ່ງນາຂັ້ນໄດ ແມ່ນມີພຽງ ຄັ້ງດຽວ.
ເມກ ຢູ່ ມູ່ກັງຈ໊າຍ ມັກປະກົດຂຶ້ນ ໃນລະຫວ່າງເດືອນ ຕຸລາຫາ ເດືອນ ມີນາ ຂອງ ທຸກປີ.


ຄັ້ງນັ້ນ, ພວກຂ້າພະເຈົ້າ ໄປຍັງ ໝູ່ກັງຈ໊າຍ ກົງກັບມື້ນໍ້າໝອກ ລົງຫຼາຍຈົນຄ້າຍຄືຝົນຕົກ. ນໍ້າໝອກລົງຫຼາຍ ເຖິງຂັ້ນ ລົດຕ້ອງຂະ ຫຍັບ ເທື່ອລະແມັດ ເທິງກີ່ວ ເຂົາຟ້າ ຍ້ອນໄລຍະເບິ່ງຖືກຈຳກັດ.  ນອນຢູ່ເທິງພູ ໃນຍາມກາງຄືນ, ຝົນ ເທລົງມາຢ່າງແຮງ ເຮັດໃຫ້ ຕົວເອງ ຮູ້ສຶກໃຈຮ້ອນ ຍ້ອນເປັນຫ່ວງວ່າ ຈະບໍ່ສາມາດໄປເຖິງ ຕາແສງ ລາປ໋ານເຕີ໊ນ, ເຈ໋ກູຍາ ຫຼື ກີ່ວ ເຂົາຟ້າ ເພື່ອຊົມທິວທັດ ໃນລະດູເອົານໍ້າເຂົ້ານາ. ແຕ່ວ່າ, ຫ່າຝົນນີ້ ເປັນຄວາມດີໃຈ ສຳລັບ ພໍ່ແມ່ຊົນເຜົ່າ ມົ້ງ ແລະ ຊົນເຜົ່າ ຜູ້ໄທ ຢູ່ທີ່ນີ້, ຍ້ອນນໍ້າຝົນ ຈະເຕັມທົ່ງນາ, ເຮັດໃຫ້ລະດູ ປັກດໍາ ຢູ່ເຂດເນີນສູງໄດ້ສະດວກສະບາຍ.

ຕື່ນເຊົ້າມື້ຕໍ່ມາ, ເທດສະບານເມືອງ ມູູູ່ກັງຈ໊າຍ ຕັ້ງຢູ່ເຄິ່ງກາງ ກີ່ວ ເຂົາຟ້າ ຄືວ່າ ຈົມຢູ່ໃນແຜ່ນນໍ້າໝອກ ມະຫຶມາ. ອາກາດ ເຢັນຈົນໜາວສັ່ນ, ພວກຂ້າພະເຈົ້າ ລົງໄປຕາມເສັ້ນທາງຫຼວງ 32 ທີ່ລະອິດລະອ້ຽວ ຜ່ານບັນດາຮ່ອມພູ ໄປຮອດ ຮ່ອມພູ ກາວຟາ ກໍປະກົດເຫັນ ພາບທິວທັດ ຄືຢູ່ສະຫວັນຊັ້ນຟ້າ, ແຕ່ລະກຸ້ມເມກ ເຝື້ອ ທີ່ກຳລັງເລື່ອນລອຍ ຈາກຈອມພູ ເຂົາຟ້າ ລົງສູ່ນາຂັ້ນໄດ ໃນລະດູເອົານ້ຳເຂົ້ານາ.

ເມກ ບິນເລື່ອນລອຍ ຢູ່ເທິງຮ່ອມພູ ເຂົາຟ້າ ໃນລະດູ ເອົານໍ້າເຂົ້ານາ. ພາບ: ຟອງທູ/VNP


ເສັ້ນທາງຫຼວງ 32 ແລ່ນລະອິດລະອ້ຽວ ເທິງສາຍພູເຂົາຟ້າ ໃນຍາມຮຸ່ງເຊົ້າ. ພາບ: ກົງດາດ/VNP


ໝູ່ບ້ານຂອງຊາວເຜົ່າ ມົ້ງເບິ່ງຈາກເຄິ່ງກາງ ກີ່ວ ເຂົາຟ້າ. ພາບ: ກົງດາດ/VNP


ຊາວເຜົ່າ ມົ້ງຢູ່ບ້ານ ລີ່ມມົງ, ຕາແສງ ກາວຟາ ໄຖນາ ຢູ່ທົ່ງນາ ຂັ້ນໄດ ທ່າມກາງບັນຍາກາດ ເມກ ປົກຫຸ້ມ ແລະ ໝອກ. ພາບ: ກົງດາດ/VNP


ຄອບຄົວຊາວເຜົ່າ ມົ້ງ ດຳລົງຊີວິດຢ່າງແຍກປ່ຽວ ຢູ່ຕາມ ກີ່ວ ເຂົາຟ້າ. ພາບ: ກົງດາດ/VNP

ມູມໜຶ່ງການດຳລົງຊີວິດ ຂອງຊາວເຜົ່າ ມົ້ງ ຢູ່ກີ່ວເຂົາຟ້າ. ພາບ: ຟອງທູ/VNP
ຄັ້ງນັ້ນ, ພວກຂ້າພະເຈົ້າ ໄປຍັງ ໝູ່ກັງຈ໊າຍ ກົງກັບມື້ນໍ້າໝອກ ລົງຫຼາຍຈົນຄ້າຍຄືຝົນຕົກ. ນໍ້າໝອກລົງຫຼາຍ ເຖິງຂັ້ນ ລົດຕ້ອງຂະ ຫຍັບ ເທື່ອລະແມັດ ເທິງກີ່ວ ເຂົາຟ້າ ຍ້ອນໄລຍະເບິ່ງຖືກຈຳກັດ.  ນອນຢູ່ເທິງພູ ໃນຍາມກາງຄືນ, ຝົນ ເທລົງມາຢ່າງແຮງ ເຮັດໃຫ້ ຕົວເອງ ຮູ້ສຶກໃຈຮ້ອນ ຍ້ອນເປັນຫ່ວງວ່າ ຈະບໍ່ສາມາດໄປເຖິງ ຕາແສງ ລາປ໋ານເຕີ໊ນ, ເຈ໋ກູຍາ ຫຼື ກີ່ວ ເຂົາຟ້າ ເພື່ອຊົມທິວທັດ ໃນລະດູເອົານໍ້າເຂົ້ານາ. ແຕ່ວ່າ, ຫ່າຝົນນີ້ ເປັນຄວາມດີໃຈ ສຳລັບ ພໍ່ແມ່ຊົນເຜົ່າ ມົ້ງ ແລະ ຊົນເຜົ່າ ຜູ້ໄທ ຢູ່ທີ່ນີ້, ຍ້ອນນໍ້າຝົນ ຈະເຕັມທົ່ງນາ, ເຮັດໃຫ້ລະດູ ປັກດໍາ ຢູ່ເຂດເນີນສູງໄດ້ສະດວກສະບາຍ.
ກີ່ວ ເຂົາຟ້າ ແມ່ນ ກີ່ວ ທີ່ມີຄວາມທຸລະກັນດານ ແລະ ຍາວທີສຸດ ຢູ່ທາງຫຼວງ 32 ດ້ວຍຄວາມຍາວກວ່າ 30 ກິໂລແມັດ ເຊື່ອມຕໍ່ສອງແຂວງ ອຽນບ໋າຍ ແລະ ລາຍເຈົາ. ກີ່ວ ເຂົາຟ້າ ຜ່ານສະຖານທີ່ ທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ: ນາຂັ້ນໄດ ລາປ໋ານເຕິ໊ນ, ຕູ໋ເລ້, ເຈ໋ກູຢາ, ກາວຟ້າ, ນ້ຳກໍ໋ ໃນລະດັບຄວາມສູງ 1.200-1.500 ແມັດ ເມື່ອ ທຽບກັບໜ້ານ້ຳທະເລ. 


ຕື່ນເຊົ້າມື້ຕໍ່ມາ, ເທດສະບານເມືອງ ມູູູ່ກັງຈ໊າຍ ຕັ້ງຢູ່ເຄິ່ງກາງ ກີ່ວ ເຂົາຟ້າ ຄືວ່າ ຈົມຢູ່ໃນແຜ່ນນໍ້າໝອກ ມະຫຶມາ. ອາກາດ ເຢັນຈົນໜາວສັ່ນ, ພວກຂ້າພະເຈົ້າ ລົງໄປຕາມເສັ້ນທາງຫຼວງ 32 ທີ່ລະອິດລະອ້ຽວ ຜ່ານບັນດາຮ່ອມພູ ໄປຮອດ ຮ່ອມພູ ກາວຟາ ກໍປະກົດເຫັນ ພາບທິວທັດ ຄືຢູ່ສະຫວັນຊັ້ນຟ້າ, ແຕ່ລະກຸ້ມເມກ ເຝື້ອ ທີ່ກຳລັງເລື່ອນລອຍ ຈາກຈອມພູ ເຂົາຟ້າ ລົງສູ່ນາຂັ້ນໄດ ໃນລະດູເອົານ້ຳເຂົ້ານາ.

ພວກຂ້າພະເຈົ້າ ບັນທຶກໄດ້ ຈຸດເວລາທີ່ແສນປະທັບໃຈນີ້. ຕໍ່ມາ, ບັນດາຮູບຖ່າຍ ທີ່ຖ່າຍຢູ່ທີ່ນີ້, ພວກເຮົາໄດ້ຂະຫຍາຍ, ແຂວນຢູ່ເຮືອນ, ບ່ອນເຮັດວຽກ ແລະ ພິມມອບໃຫ້ໝູ່ເພື່ອນສະໜິດ. ຈາກຮູບພາບ ທີ່ພວກເຮົາໄດ້ແບ່ງປັນ, ໝູ່ເພື່ອນຖ່າຍຮູບຫຼາຍຄົນ ກໍ່ ພາກັນ ກຽມເຄື່ອງສຳພາລະເດີນທາງຢ່າງງຽບໆ ເພື່ອຫວັງ ຈະໄດ້ ໂຊກດີ ພົບກັບທິວທັດ ທໍາມະຊາດ ທ່ີໜ້າອັດສະຈັນ ຂອງ ເມກ ທີ່ເລື່ອນລອຍ ຢູ່ຕາມທົ່ງນາຂັ້ນໄດ ທີ່ສວຍງາມ ນະແຫ່ງນີ້.
ບົດ: ກົງດາດ - ພາບ: VNP - ແປໂດຍ: ບິກລຽນ


top