ຂ່າວສານ

ເພື່ອພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ

ໃນບັນດາໄລຍະປະຫວັດສາດຂອງ ຫວຽດນາມ, ຂະແໜງສາທາລະນະສຸກຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແລະ ໄດ້ມານະພະຍາຍາມຜ່ານມາ, ປະຕິບັດສຳເລັດພາລະກຳຂອງຕົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ (ພາບປະກອບ: VGP)

ວັນທີ 27 ກຸມພາ, ແມ່ນຄົບຮອບ 68 ປີແຫ່ງວັນແພດໝໍ ຫວຽດນາມ, ວັນເຊີດຊູບັນດາແພດໝໍ ແລະ ຜູ້ພວມເຮັດວຽກໃນຂະແໜງສາທາລະນະສຸກ (27 ກຸມພາ 1955 – 27 ກຸມພາ 2023). 68 ປີຜ່ານມາ, ບັນດາທ່ານໝໍ, ພະຍາບານລຸ້ນຕ່າງໆໄດ້ສ້າງຜົນງານອັນສະຫງ່າລາສີໃນພາລະກິດເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ອຸທິດສ່ວນພູມປັນຍາເພື່ອພັດທະນາພື້ນຖານການແພດ ຫວຽດນາມ, ມຸ່ງໄປເຖິງພື້ນຖານການແພດທັນສະໄໝ.

ກ່ອນນີ້ 68 ປີ, ໃນຈົດໝາຍສົ່ງກອງປະຊຸມພະນັກງານການແພດ (ເດືອນ ກຸມພາ 1955), ປະທານ ໂຮ່ຈີມິນ ໄດ້ເຕື້ອງເຖິງເລື່ອງສ້າງພື້ນຖານການແພດຂອງ ຫວຽດນາມ. ໃນນັ້ນໄດ້ເນັ້ນໜັກວ່າ, ພະນັກງານຕ້ອງຊ່ວຍພໍ່ແມ່ປະຊາຊົນ, ຊ່ວຍລັດຖະບານ ສ້າງພື້ນຖານການແພດໃຫ້ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ. ຈາກຄຳສັ່ງສອນຂອງ ເພີ່ນ, ບັນດາແພດໝໍ, ພະນັກງານຂະແໜງສາທາລະນະສຸກ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ປະຕິບັດສຳເລັດໜ້າທີ່ຮັກສາ ແລະ ເບິ່ງແຍງ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ.

ປະຕິບັດສຳເລັດໜ້າທີ່ຮັກສາ, ເບິ່ງແຍງ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ

ໃນບັນດາໄລຍະປະຫວັດສາດຂອງ ຫວຽດນາມ, ຂະແໜງສາທາລະນະສຸກຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແລະ ໄດ້ມານະພະຍາຍາມຜ່ານມາ, ປະຕິບັດສຳເລັດພາລະກຳຂອງຕົນ. ໃນຊຸມປີຜ່ານມາ, ຂະແໜງສາທາລະນະສຸກ ຫວຽດນາມ ໄດ້ຄວບຄຸມ ແລະ ສະກັດກັ້ນຫຼາຍພະຍາດອັນຕະລາຍ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຄວບຄຸມພະຍາດ SARS, ປ້ອງກັນ ສະກັດກັ້ນພະຍາດຕິດແປດໃໝ່ຄື: Ebola, MERS-Cov. ກວ່າ 3 ປີຜ່ານມາ, ຫວຽດນາມ ກ້າວເຂົ້າສູ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ. ມີນາງພະຍາບານ, ທ່ານໝໍ, ພະນັກງານ, ພາລະກອນຂະແໜງສາທາລະນະສຸກໄດ້ຕໍ່ສູ້ກັບໂລກລະບາດ ເພື່ອພ້ອມກັບທົ່ວປະເທດສະກັດກັ້ນ, ຍູ້ໃຫ້ໂລກລະບາດໂຄວິດ-19 ຖອຍໄປ. ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດສັກວັກຊິນກັນໂຄວິດ-19 ດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ກາຍເປັນໜຶ່ງໃນຈຳນວນ 6 ປະເທດທີ່ມີອັດຕາຜູ້ສັກວັກຊິນສູງທີ່ສຸດໃນໂລກ. ເມື່ອຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງຂະແໜງສາທາລະນະສຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ເນັ້ນໜັກວ່າ:

“ຂ້າພະເຈົ້າໄດ້ຮັບຮູ້, ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຈິດໃຈຈັນຍາບັນ, ຄວາມເກັ່ງກ້າສາມາດດ້ານວິຊາສະເພາະຂອງຖັນແຖວແພດໝໍ ແລະ ບັນດາໝາກຜົນເຊິ່ງຂະແໜງສາທາລະນະສຸກບັນລຸໄດ້. ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າຂໍສົ່ງຄຳສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງຖັນແຖວ “ນັກຮົບເສື້ອຂາວ” ໝົດທຸກຄົນໃນທົ່ວປະເທດ. ບັນດາຄວາມມານະພະຍາຍາມ, ການອຸທິດສ່ວນ, ການເສຍສະຫຼະຂອງພະນັກງານ, ແພດໝໍໄດ້ນຳມາເຊິ່ງຜົນງານສຳຄັນຫຼາຍຢ່າງ, ປະກອບສ່ວນເພື່ອໃຫ້ປະເທດຊາດພັດທະນາ”.

ບໍ່ພຽງແຕ່ປະກອບສ່ວນເຂົ້າໃນພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນເທົ່ານັ້ນ, ບັນດາແພດໝໍ ຫວຽດນາມ ຍັງປະຕິບັດໜ້າທີ່ສາກົນທີ່ສູງສົ່ງ ເມື່ອເຂົ້າຮ່ວມພາລະກິດປົກປັກຮັກສາສັນຕິພາບສະຫະປະຊາຊາດ. ເຂົາເຈົ້າໄດ້ໃຫ້ການປິ່ນປົວພະຍາດ, ແຈກຢາຍຢາ, ມອບຂອງຂວັນໃຫ້ປະຊາຊົນຢູ່ ຊູດັງໃຕ້ ກໍ່ຄືຜະລິດຕະພັນການຢາ, ເຄື່ອງອຸປະກອນດ້ານການແພດທີ່ຈຳເປັນ, ອຸປະກອນຮັບປະກັນຫຼັກອະນາໄມໃຫ້ແກ່ໂຮງໝໍຫຼາຍຂະແໜງ Bentiu ຢູ່ນີ້.

  ພະນັກງານຕ້ອງຊ່ວຍພໍ່ແມ່ປະຊາຊົນ, ຊ່ວຍລັດຖະບານ ສ້າງພື້ນຖານການແພດໃຫ້ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ (ພາບ: baodantoc.vn)  

ສ້າງພື້ນຖານການແພດຂອງ ຫວຽດນາມ

ບໍ່ພຽງແຕ່ເອົາໃຈໃສ່ປະຕິບັດວຽກງານກວດ, ປິ່ນປົວພະຍາດ, ຊຸມປີຜ່ານມາ, ຂະແໜງສາທາລະນະສຸກ ຫວຽດນາມ ໄດ້ສ້າງທ່າແຮງກ່ຽວກັບການຜະລິດວັກຊິນ ດ້ວຍເລື່ອງຮັບປະກັນວັກຊິນໄດ້ 11/12 ຊະນິດ. ຫວຽດນາມ ໄດ້ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີຊີວະ. ໄລຍະ 2015 – 2020, ຂະແໜງສາທາລະນະສຸກໄດ້ປະຕິບັດເກືອບ 460 ໜ້າທີ່ຄົ້ນຄວ້າພັດທະນາຢາຊະນິດໃໝ່, ຄົ້ນຄວ້າ ທົດລອງຢາປົວພະຍາດ ແລະ ວັກຊິນກັນພະຍາດ. ຫວຽດນາມ ກໍ່ເປັນເຈົ້າການຫຼາຍເຕັກໂນໂລຊີວິທະຍາສາດໃນການບົ່ງມະຕິ ແລະ ປິ່ນປົວພະຍາດ. ບັນດາແພດໝໍ ຫວຽດນາມ ໄດ້ເປັນເຈົ້າທາງດ້ານເຕັກໂນໂລຊີຜ່າຕັດຜ່ານທໍ່, ແຊກແຊງຫົວໃຈ, ຝັງເຂັມດ້ວຍລາຄາຕ່ຳກວ່າແຕ່ ½ ຫາ 1/3 ເມື່ອທຽບໃສ່ຕ່າງປະເທດ.

ດ້ວຍເປົ້າໝາຍຍົກສູງສຸຂະພາບ ນັບທັງທາງດ້ານຮ່າງກາຍ ແລະ ຈິດໃຈ, ຄຸນນະພາບການດຳລົງຊີວິດຊາວ ຫວຽດນາມ, ຂະແໜງສາທາລະນະສຸກ ພວມສືບຕໍ່ສ້າງລະບົບສາທາລະນະສຸກທີ່ມີຄວາມຍຸຕິທຳ, ມີຄຸນນະພາບ, ບັນລຸປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນຫຼາຍກວ່າ, ຄືດັ່ງຄຳຮຽກຮ້ອງຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ທີ່ວ່າ.

“ສຳພັດກັບຂະແໜງສາທາລະນະສຸກໂດຍສັງເຂບຮອບດ້ານ ນັບທັງການແພດພາກລັດ, ການແພດພາກເອກະຊົນ, ນັບທັງການແພດທັນສະໄໝ, ການແພດພື້ນເມືອງ ບໍ່ຈຳແນກວ່າ ແມ່ນຂຶ້ນກັບພາກລັດ, ພາກເອກະຊົນ; ຍູ້ແຮງການຮ່ວມມືພາກລັດ - ພາກເອກະຊົນ, ລະດົມທຸກແຫຼ່ງກຳລັງເພື່ອພັດທະນາຂະແໜງສາທາລະນະສຸກຢ່າງວ່ອງໄວ, ຍືນຍົງ, ທັນສະໄໝ, ກ້າວໜ້າ, ເຊື່ອມໂຍງ. ຂະແໜງສາທາລະນະສຸກ ສືບຕໍ່ຍູ້ແຮງຂະບວນການປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄວ້າວິທະຍາສາດລົງເລິກກວ່າ.”

ໂດຍຜ່ານໄລຍະການເຄື່ອນໄຫວທາງດ້ານການແພດມາເປັນເວລາດົນນານ ພ້ອມກັບຄວາມສຸດຈິດສຸດໃຈ, ຖັນແຖວພະນັກງານ, ພາລະກອນຂະແໜງສາທາລະນະສຸກ ຈະຮ່ວມແຮງຮ່ວມໃຈເພື່ອຍາດເອົາຜົນງານໃນພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນໃຫ້ນັບມື້ນັບຫຼາຍຂຶ້ນ.


top