ຂ່າວສານ

ເພື່ອນມິດສາກົນຕັ້ງໜ້າສະໜັບສະໜູນຫວຽດນາມຮັບໄຊຊະນະດຳລົງຕຳແໜ່ງ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສປຊ

      ວັນທີ 07 ມິຖຸນາ ຈະມາເຖິງ, ກອງປະຊຸມຄັ້ງທີ 73 ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດການປ່ອນບັດໃຫ້ 5 ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ


ທ່ານ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
(ພາບປະກອບ: TTXVN)
      ໃນນັ້ນມີ 1 ທີ່ຕັ້ງໃຫ້ກຸ່ມບັນດາປະເທດອາຊີ - ປາຊີຟິກ ແລະ ປະຈຸບັນ, ຫວຽດນາມ ພວມແມ່ນຜູ້ອອກສະໝັກເລືອກຕັ້ງໜຶ່ງດຽວໃຫ້ແກ່ກຸ່ມນີ້. ໃນການຕອບສຳພາດນັກຂ່າວ, ທ່ານ ດັ້ງດິ່ງກຸຍ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໃຫ້ຮູ້ວ່າ, ໄລ່ມາຮອດຈຸດເວລານີ້, ຫວຽດນາມ ໄດ້ຮັບການສະໜັບສະໜູນເປັນລາຍລັກອັກສອນຂອງກວ່າ 120 ປະເທດ ແລະ ປະມານ 30 – 40 ປະເທດອີກກໍ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນປາກເປົ່າ, ຍ້ອນຂັ້ນຕອນລະບຽບການຂອງເຂົາເຈົ້າຍັງບໍ່ທັນສຳເລັດ ສະນັ້ນເຂົາເຈົ້າຍັງບໍ່ທັນສົ່ງເອກະສານ, ແຕ່ແນ່ນອນວ່າຈະສະໜັບສະໜູນ. ເຖິງຢ່າງໃດກໍ່ຕາມ, ຂໍ້ກຳນົດຂອງສະພາປ່ອນບັດຂອງສະພາຄວາມໝັ້ນຄົງແລ້ວ, ມີພຽງຍາດໄດ້ 2/3 ຈຳນວນບັດສະໜັບສະໜູນ, ຫວຽດນາມ ຈະໄດ້ຮັບເລືອກຕັ້ງ, ອາດເວົ້າໄດ້ວ່າ ມາຮອດປະຈຸບັນຄວາມສາມາດດຳລົງຕຳແໜ່ງດັ່ງກ່າວຂອງຫວຽດນາມ ແມ່ນສູງທີ່ສຸດ.
        ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ໄດ້ສຳພາດທ່ານ Olof Skoog, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຊູແອັດ ປະຈຳສະຫະປະຊຳຊາດ ກ່ຽວກັບບັນຫາດັ່ງກ່າວ. ທ່ານ Olof Skoog ຖືວ່າ, ຫວຽດນາມ ພວມມີທ່າສະດວກທີ່ສຸດ ເພື່ອກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນການເລືອກຕັ້ງຈະມາເຖິງ. ຫວຽດນາມ ໄດ້ຜ່ານຜ່າສົງຄາມຫຼາຍຄັ້ງ, ຫວຽດນາມ ຊອກຫາໄດ້ວິທີຮຳບາດແຜສົງຄາມ, ຊອກຫາໄດ້ເສັ້ນທາງມຸ່ງໄປເຖິງສັນຕິພາບ ແລະ ຫວຽດນາມ ມີຄວາມເຂົ້າໃຈກວ່າໃຜໝົດກ່ຽວກັບຄວາມສຳຄັນຂອງເລື່ອງຊອກຫາບັນດາມາດຕະການດ້ານການເມືອງ, ການທູດໃຫ້ແກ່ບັນດາການປະທະກັນ… ສະນັ້ນ, ຫວຽດນາມ ແມ່ນປະເທດເໝາະສົມເພື່ອຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.
        ສ່ວນໃນການສຳພາດນັກຂ່າວ George Alan Baumgarten, ເຊິ່ງແມ່ນຜູ້ຂຽນສະເພາະກ່ຽວກັບສະຫະປະຊາຊາດ ແລະ ໜັງສືພິມສາກົນຫຼາຍສະບັບ, ໄດ້ສະແດງການສະໜັບສະໜູນເລື່ອງ ຫວຽດນາມ ຕາງໜ້າໃຫ້ບັນດາປະເທດອາຊີ - ປາຊີຟີກ ອອກສະໝັກເລືອກຕັ້ງຕຳແໜ່ງຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.
(ແຫຼ່ງຄັດຈາກ VOV)


top