ເພື່ອນມິດ ກັບ ຫວຽດນາມ

ເພື່ອນມິດຕ່າງປະເທດສຳຜັດກັບ “ປີໃໝ່ ຫວຽດນາມ”

ຫວ່າງມໍ່ໆມານີ້, ຢູ່ໝູ່ບ້ານບູຮານ ເດື່ອງເລີມ (ເຊີນໄຕ, ຮ່າໂນ້ຍ), ສູນສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເທດສະບານ ເຊີນໄຕ ຈັດຕັ້ງລາຍການ “ປີໃໝ່ຫວຽດນາມ” ປີ 2023 ໃຫ້ແກ່ຜູ້ຕາງໜ້າບັນດາສະຖານທູດ, ການທູດ, ບັນດາອົງການຈັດຕັ້ງສາກົນ ແລະ ຊາວຕ່າງປະເທດທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ຮ່າໂນ້ຍ.

ຫວ່າງມໍ່ໆມານີ້, ຢູ່ໝູ່ບ້ານບູຮານ ເດື່ອງເລີມ (ເຊີນໄຕ, ຮ່າໂນ້ຍ), ສູນສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເທດສະບານ ເຊີນໄຕ ຈັດຕັ້ງລາຍການ “ປີໃໝ່ຫວຽດນາມ” ປີ 2023 ໃຫ້ແກ່ຜູ້ຕາງໜ້າບັນດາສະຖານທູດ, ການທູດ, ບັນດາອົງການຈັດຕັ້ງສາກົນ ແລະ ຊາວຕ່າງປະເທດທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ຮ່າໂນ້ຍ.

ຫວ່າງເວຫາຂອງບຸນປີໃໝ່ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ເດີ່ນສາລາ ມົງຟູ້ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ ຫວຽດນາມ 2023.

ນີ້​ແມ່ນ​ຄັ້ງ​ທີ 2 “ປີ​ໃໝ່​ ຫວຽດ​ນາມ” ຖືກ​ຈັດ​ຂຶ້ນ​ຢູ່​ໝູ່​ບ້ານ​ມໍ​ລະ​ດົກ​ວັດ​ຖຸ​ບູ​ຮານ ເດື່ອງ​ເລີມ. ແຂກ​ຕ່າງ​ປະ​ເທດ​ນັບ​ຮ້ອຍ​ທ່ານ​ທີ່​ຕາງ​ໜ້າ​ໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ, ພາ​ລະ​ກອນ​ການ​ທູດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ 16 ຄົນ ໄດ້​ປະ​ສົບ​ກັບ​ໂຄງ​ການ​ຄົ້ນ​ພົບ​ດ້ວຍ​ຫຼາຍ​ກິດ​ຈະ​ກຳ​ທີ່​ໜ້າ​ສົນ​ໃຈ​ທີ່​ນະ​ຄອນ ​ຮ່າ​ໂນ້ຍ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ ແລະ ມີ​ວິ​ທີ​ການ.

ໃນ​ລາຍການ “ປີ​ໃໝ່ ​ຫວຽດ​ນາມ” 2023, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ຢ້ຽມ​ຢາມ​ບ້ານ​ເກົ່າ​ແກ່​ ເດື່ອງ​ເລີມ, ຢ້ຽມ​ຢາມ​ເຂດເຮືອນ​ບູ​ຮານ​ໃນ​ບັນ​ຍາ​ກາດ​ຂອງ​ຊາວ​ທ້ອງ​ຖິ່ນ​ສະ​ເຫຼີມ​ສະ​ຫຼອງບຸນປີໝ່. ແຂກທ່ອງທ່ຽວສາມາດ​ຮຽນ​ຮູ້​ຮີດຄອງ​ປະ​ເພນີ​ຂອງ​ຄອບຄົວ​ເພື່ອ​ຕ້ອນຮັບປີໃໝ່, ຮຽນ​ຮູ້​ວິທີ​ເຮັດ​ເຄື່ອງ​ຂັດສີ​ພື້ນ​ເມືອງ, ວິທີ​ເຮັດ​ນ້ຳ​ເຕົ້າຈ້ຽວ - ຜະລິດ​ຕະພັນ​ພື້ນ​ເມືອງ​ທີ່​ມີ​ຊື່​ສຽງ​ຢູ່​ທີ່​ນີ້.


ພິ​ເສດ​ແມ່ນ​ຈັດ​ຕັ້ງ​ສະຖານທີ່​ສ້າງ​ບັນ​ຍາ​ກາດ​ຂອງປີໃໝ່ ຢູ່​ເດີ່ນ​ສາລາ ມົງຟູ້. ແຂກ​ທ່ອງ​ທ່ຽວ​ສາ​ມາດ​ດູດ​ດື່ມ​ບັນ​ຍາ​ກາດ​ຕ້ອນ​ຮັບປີໃໝ່ ​ຢູ່​ເຂດ​ຊົນ​ນະ​ບົດ ດ້ວຍ​ຫຼາຍ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ໄປຫຼິ້ນ​ບຸນ​ປີ​ໃໝ່, ຂໍ​ຄຳ​ກອນເປັນຄູ່, ຟັງ​ການ​ສະ​ແດງ​ເຄື່ອງ​ດົນ​ຕີ​ພື້ນເມືອງ... ​ຍັງ​ຢູ່​ທີ່​ນີ້, ແຂກ​ຕ່າງ​ປະ​ເທດ​ຍັງ​ມີ​ໂອ​ກາດ​ໄດ້​ລອງ​ເຮັດ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອກະລັກຂອງພາເຂົ້າຕ້ອນຮັບປີໃໝ່. ຊາວ​ເດື່ອງເລີມ ​ຍັງ​ໄດ້​ສະ​ແດງ ​ແລະ ແນະນຳ​ບັນດາ​ອາຫານ​ພິ​ເສດ​ຂອງ​ໝູ່​ບ້ານ​ຄື: ແບັ໋ງແຕະ, ແບັ໋ງດຸກ ​ເພື່ອ​ໃຫ້​ທຸກ​ຄົນ​ຊິມ.


ທ່ານ Vahram Kazhoyan, ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ເນຍ ປະ​ຈຳ ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ ແລະ ຟີ​ລິບ​ປິນ ໄດ້​ແບ່ງ​ປັນ​ວ່າ: “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສຳ​ພັດ​ບັນ​ຍາ​ກາດຕ້ອນຮັບບຸນປີໃໝ່ ​ຫວຽດ​ນາມ ຢູ່​ໝູ່​ບ້ານ​ບູ​ຮານ ເດື່ອງເລີມ. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ​ກັບ​ບັນຍາກາດ​ຢູ່​ທີ່​ນີ້, ກໍ່​ຄື​ວັດທະນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ ​ຫວຽດນາມ ​ໃນ​ໄລຍະ​ບຸນ​ປີໃໝ່. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຈະ​ໄດ້​ໃຊ້​ເວ​ລາ​ໄປ​ທ່ອງ​ທ່ຽວ ແລະ ຄົ້ນ​ຄວ້າ​ສະ​ຖານ​ທີ່​ຢູ່​ ຮ່າ​ໂນ້ຍ​ ຕື່ມ​ອີກ”.


ຕາມ​ການ​ຊີ້​ນຳ​ຂອງ​ສູນ​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ ນະຄອນ ຮ່າ​ໂນ້ຍ ​ແລ້ວ, ​​ລາຍການ “ປີ​ໃໝ່​ຫວຽດນາມ” 2023 ໄດ້ຈັດຕັ້ງ​ເພື່ອ​ປະກອບສ່ວນ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ປະ​ເທດ​ຊາດ, ສ້າງ​ພາບ​ພົດ​ທີ່​ສວຍ​ງາມ​ກ່ຽວ​ກັບ​ ສະຖານທີ່ທ່ອງທ່ຽວ ເດື່ອງເລີມ - ເຊີນໄຕ ກັບເພື່ອນມິດສາກົນ. ຄະນະ​ຈັດ​ຕັ້ງ​ປາດ​ຖະໜາ​ຢາກ​ສ້າງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ, ທ່ອງ​ທ່ຽວ ​ແລະ ສຳຜັດກັບວັດທະນະ​ທຳ​ໃນ​ໄລຍະ​ບຸນປີ​ໃໝ່ 2023, ປະກອບສ່ວນ​ຊຸກຍູ້​ການທ່ອງທ່ຽວ ​ເຊີນ​ໄຕ ​ເວົ້າ​ສະ​ເພາະ​, ນະຄອນ ຮ່າ​ໂນ້ຍ ​ເວົ້າ​ລວມ.

ມຸມໜຶ່ງຂອງພື້ນທີ່ສ້າງບັນຍາກາດຕ້ອນຮັບປີໃໝ່ ຢູ່ສາລາ ມົງຟູ້.

ປະຕິບັດ: VNP/ຫວຽດເກື່ອງ - ແປໂດຍ: ຢືຟຽນ


top