ຂ່າວສານ

ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ສ​ະ​ຫ​ະ​ພັນ ລັດ​ເຊຍ ກວ່າ​ອີກ

ບັນດາທ້ອງຖິ່ນຂອງ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະ ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ ກວ່າອີກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຄົນໃໝ່ ໃນການພົບປະກັບສື່ມວນຊົນໃນວັນທີ 29 ທັນວາ, ຢູ່ນະຄອນ ໂຮ່ຈີມິນ.
ທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ (ພາບ: TTXVN)

ຕາມທ່ານ Timur Sadykov ແລ້ວ, ສະຫະພັນ ລັດເຊຍ ໄດ້ກຳນົດສາຍພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ແມ່ນປັດໄຈສຳຄັນໃນສາຍພົວພັນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. ບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຍູ້ແຮງ  ການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ.

        ທ່ານຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ຄົນໃໝ່ໄດ້ເນັ້ນໜັກວ່າສາຍພົວພັນການຮ່ວມມືແຮກສ່ຽວ ລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Saint Peterburg ແມ່ນແບບຢ່າງທີ່ດີເດັ່ນໃຫ້ແກ່ສາຍພົວພັນການຮ່ວມມືລະຫວ່າງທ້ອງຖິ່ນ ສະຫະພັນ ລັດເຊຍ ແລະ ຫວຽດນາມ. ທ່ານ Timur Sadykov ໃຫ້ຄຳໝັ້ນສັນຍາວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນ ລະຫວ່າງທ້ອງຖິ່ນ ສະຫະພັນ ລັດເຊຍ ກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ; ຕັ້ງໜ້າປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ນັບມື້ນັບດີງາມຂຶ້ນ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)


top