ຂ່າວສານ

ເພີ່​ມ​ທະ​ວີການ​ຮ່ວມ​ມື​ໃນຫຼາຍ​ດ້ານລະຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ

ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ ປະເທດ ອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະສະເພາະກັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ກະສັດ ບຣູໄນ Sultan Haji Hassanal Bolkiah, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: VGP)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ຄວາມມານະພະຍາຍາມຍົກລະດັບການຮ່ວມມື, ຍູ້ແຮງການເຊື່ອມຕໍ່ດ້ານເສດຖະກິດ, ການເຊື່ອມໂຍງຢ່າງມີປະສິດທິຜົນ, ໜູນຊ່ວຍກັນພັດທະນາເສດຖະກິດ - ສັງຄົມ. ສອງລັດຖະບານຕັດສິນໃຈແກ້ໄຂຂໍ້ຕິດຂັດ ແລະ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ສະຫງວນການສະໜັບສະໜູນ ແລະ ໜູນຊ່ວຍ ຢູ່ລະດັບສູງທີ່ສຸດ ໃຫ້ແກ່ ລາວ ໃນການດຳລົງຕຳແໜ່ງເປັນປະທານອາຊຽນ 2024.

ທີ່ການພົບປະກັບກະສັດ ບຣູໄນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ, ສ້າງປະຖົມປັດໄຈເພື່ອປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນໄລຍະ 2023 – 2027. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕການຄ້າຕາມທິດເປັນຫຼາຍຮູບຫຼາຍແບບ ແລະ ດຸ່ນດ່ຽງ ຜ່ານການເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ດ້ວຍ 4 ເສົາຄ້ຳສຳຄັນ.

ໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫລົງ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສ້າງປະຖົມປັດໄຈຢ່າງໝັ້ນແກ່ນເພື່ອຜັນຂະຫຍາຍການຮ່ວມມືຢ່າງຮອບດ້ານລະຫວ່າງສອງຝ່າຍ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ .ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ມາເລເຊຍ ສ້າງຄວາມສະດວກກ່ວາອີກໃຫ້ແກ່ສິນຄ້າ, ການບໍລິການຂອງ ຫວຽດນາມ ແຊກຊືມເຂົ້າກັບຕະຫຼາດມາເລເຊຍ, ໃນນັ້ນມີບັນດາຜະລິດຕະພັນ Halal, ສົ່ງເສີມວິສາຫະກິດ ມາເລເຊຍ ເພີ່ມທະວີການມາລົງທຶນຢູ່ ຫວຽດນາມ.


top