ຂ່າວສານ

ເພີ່ມ​ພູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ

ຕອນບ່າຍວັນທີ 28 ກັນຍາ (ຕາມເວລາ ຮ່າໂນ້ຍ), ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດຮ່າໂນ້ຍ, ສິ້ນສຸດການໄປຍັງໂຕກຽວ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດຂອງທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໃນລະຫວ່າງວັນທີ 25 - 28 ກັນຍາ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio (ພາບ: TTXVN)  

ໃນການພົບປະກັບຫົວໜ້າຄະນະບັນດາປະເທດ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ໂດຍທ່ານນາຍົກລັດຖະມົນຕີ Kishida Fumio ແລະ ທ່ານນາງ Abe Akie, ພັນລະຍາອະດີດນາຍົກລັດຖະມົນຕີ Abe Shinzo ເປັນປະທານ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີສອງຝ່າຍສືບຕໍ່ມານະພະຍາຍາມນຳການພົວພັນສອງຝ່າຍພັດທະນາຢ່າງຮອບດ້ານ ແລະ ແທດຈິງກ່ວາອີກ ແນໃສ່ສືບທອດ ແລະ ສືບຕໍ່ຄວາມມຸ່ງຫວັງຂອງທ່ານອະດີດນາຍົກລັດຖະມົນຕີ Abe Shinzo. ສ່ວນທ່ານນາຍົກລັດຖະມົນຕີ  Kishida Fumio ແລະ ທ່ານນາງ Abe Akie ໄດ້ຢັ້ງຢືນວ່າ ເລື່ອງຄະນະຜູ້ແທນຂັ້ນສູງ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນຫົວໜ້າຄະນະເຂົ້າຮ່ວມພິທີໄວ້ອາໄລ ແມ່ນພະຍານຫຼັກຖານທີ່ຈະແຈ້ງທີ່ສຸດ ໃຫ້ແກ່ນ້ຳໃຈມິດຕະພາບ ແລະ ການຮ່ວມມືຢ່າງໝັ້ນແກ່ນ ແລະ ການພັດທະນາທີ່ນັ້ບມື້ນັບເພີ່ມຂຶ້ນຂອງປະຊາຊົນສອງປະເທດ. ທ່ານນາຍົກລັດຖະມົນຕີ Kishida Fumio ເຫັນດີເປັນເອກະພາບຈະມານະພະຍາຍາມກ່ວາອີກ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພັດທະນາຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມຫວັງຂອງປະຊາຊົນສອງປະເທດ ແລະ ພິເສດແມ່ນຄວາມປາດຖະໜາໃນຄາວຍັງມີຊີວິດຂອງທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ໃນເວລາຢູ່ຍີ່ປຸ່ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito, ເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Kishida Fumio, ພົບປະກັບປະທານສະພາຕ່ຳ ແລະ ສະພາສູງຍີ່ປຸ່ນ, ໃຫ້ການຕ້ອນຮັບປະທານສະມາຄົມສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ແລະ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide…


top