ຂ່າວສານ

ເພີ່ມ​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ​ສາ​ກົນ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ຫາກໍ່ມີຄຳເຫັນກ່ຽວກັບສະພາບການປະຕິບັດຖ້ຽວບິນສາກົນ ຂົນສົ່ງຜູ້ໂດຍສານ ມາຫວຽດນາມ ແລະ ນຳໃຊ້ການຈັດວາງບັນດາມາດຕະການການແພດ ຕໍ່ຜູ້ເຂົ້າເມືອງຜ່ານທາງການບິນ.
ທ່ານນາງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ເຮັດວຽກກັບແຂວງ ດ້ຽນບຽນ. (ພາບ: TTXVN)

ລະອຽດແມ່ນ, ທ່ານຮອງນາຍົກລັດຖະມົນຕີ ຕົກລົງ ເຫັນດີກັບແຜນນະໂຍບາຍເພີ່ມບັນດາຖ້ຽວບິນການຄ້າສາກົນ ຂົນສົ່ງຜູ້ໂດຍສານ ໄປຍັງ: ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ຂະຫຍາຍການທົດລອງໄປຍັງປະເທດເອີລົບ ແລະ ອົດສະຕາລີ ເພື່ອຕອບສະໜອງຄວາມຕ້ອງການກັບຄືນປະເທດໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດບຸນເຕັດປະຈຳຊາດ, ພ້ອມທັງ ສືບຕໍ່ນຳໃຊ້ບັນດາມາດຕະການວິໄຈຫາເຊື້ອ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສຳລັບຜູ້ເຂົ້າເມືອງຕາມຄຳແນະນຳຂອງກະຊວງສາທາລະນະສຸກ ແລະ ທຳນຽມສາກົນ.
 
(ແຫຼ່ງຄັດຈາກ VOV)

top