ຂ່າວສານ

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin.
ການເຈລະຈາລະຫວ່າງປະທານສະພາແຫ່ງຊາດສອງປະເທດ (ພາບ: TTXVN)

ນະທີ່ນີ້, ການນຳສອງທ່ານຖືວ່າ, ສອງລັດ ຄວນເພີ່ມທະວີການສົມທົບກັນ, ກວດກາ, ຊຸກຍູ້ ແລະ ຕິດຕາມການປະຕິບັດສົນທິສັນຍາ, ຂໍ້ຕົກລົງສະບັບຕ່າງໆ ເຊິ່ງ ລັດຖະບານສອງປະເທດໄດ້ລົງນາມ, ເຮັດໃຫ້ສາຍພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ ນັບມື້ນັບເລິກເຊິ່ງ ແລະ ແທດຈິງກວ່າ.

        ອົງການນິຕິບັນຍັດສອງປະເທດ ສະໜັບສະໜູນ ແລະ ສ້າງກອບນິຕິກຳໃຫ້ສົມບູນແບບເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ, ການລົງທຶນລະຫວ່າງສອງປະເທດ, ເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເຊື່ອມຈອດທາງຄົມມະນາຄົມ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ; ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດຫຼັງໂລກລະບາດ.

        ປະທານສະພາແຫ່ງຊາດສອງທ່ານ ກໍເຫັນດີເປັນເອກະພາບວ່າ, ໃນການຮ່ວມມືຫຼາຍຝ່າຍ, ສະພາແຫ່ງຊາດສອງປະເທດ ຍາມໃດກໍເຄົາລົບແຜນນະໂຍບາຍ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສລະຫວ່າງລັດຖະສະພາ ໃນພາກພື້ນ ແລະ ສາກົນ…

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍ່ເຊື້ອເຊີນທ່ານປະທານສະພາແຫ່ງຊາດ ກຳປູເຈຍ ແລະ ປະທານສະພາສູງ ກຳປູເຈຍ ຈະເດີນທາງມາ ຫວຽດນາມ ຫວຽດນາມ ໃນໄວໆນີ້ ເມື່ອເງື່ອນໄຂມີຄວາມສະດວກ, ພ້ອມທັງຈະຈັດແບ່ງເວລາເພື່ອເຂົ້າຮ່ວມກອງປະຊຸມໂດຍກົງ ໂດຍ ກຳປູເຈຍ ເປັນປະທານໃນທ້າຍປີນີ້, ເມື່ອໂລກລະບາດໄດ້ຮັບການຄວບຄຸມ.

(ແຫຼ່ງຄັດຈາກ VOV)


top