ທ່ານ ເຈິ່ນເກີມຕູ ສະເໜີໃຫ້ 2 ອົງການພົວພັນຕ່າງປະເທດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ.
ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄອມມູນິດ ຫວຽດນາມ ຕ້ອນຮັບທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)
ວັນທີ 03 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານ ເຈິ່ນເກີມຕູ ສະເໜີໃຫ້ 2 ອົງການພົວພັນຕ່າງປະເທດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ. ສ່ວນທ່ານ ບຸນເຫຼືອ ພັນດານຸວົງ ຢັ້ງຢືນວ່າ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ຫວຽດນາມ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.
ໃນວັນດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ພົບປະ ແລະ ໂອ້ລົມກັບບັນດາພະນັກງານ, ຄູອາຈານ, ສຳມະນາກອນ ກ່ຽວກັບຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.