ຂ່າວສານ

ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາບ​ຟ​ຼິກ​ກາ ໃຫ້ຫຼາຍກ່​ວາ​ອີກ

ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ໃນຂອບເຂດບັນດາເວທີປາໄສຫຼາຍຝ່າຍ; ສະເໜີບັນດາປະເທດອາບຟຼິກກາສະໜັບສະໜູນ ຫວຽດນາມ ໃນການອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກ ບັນດາກົນໄກສຳຄັນຂອງ ສປຊ.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໂດຮຸ່ງວຽດ ໄດ້ພົບປະ ແລະ ເຮັດວຽກກັບຄະນະເອກອັກຄະລັດຖະທູດ ບັນດາປະເທດ ອາບຟຼິກກາ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອາບຟຼິກກາ”. ເຂົ້າຮ່ວມການເຮັດວຽກມີ ທ່ານເອກອັກຄະລັດຖະທູດ, ອຸປະທູດ ສະຖານທູດບັນດາປະເທດອາບຟຼິກກາ ປະຈຳ ຮ່າໂນ້ຍ 8 ທ່ານ ແລະ ເອກອັກຄະລັດຖະທູດສະຖານທູດບັນດາປະເທດອາບຟຼິກກາ ບໍ່ມີສຳນັກງານປະຈຳ ຫວຽດນາມ 8 ທ່ານ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ໃນຂອບເຂດບັນດາເວທີປາໄສຫຼາຍຝ່າຍ; ສະເໜີບັນດາປະເທດອາບຟຼິກກາສະໜັບສະໜູນ ຫວຽດນາມ ໃນການອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກ ບັນດາກົນໄກສຳຄັນຂອງ ສປຊ ຄື: ສະພາສິດທິມະນຸດ, ສະມັດຊາໃຫຍ່ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ…, ທ່ານສະເໜີ ເອກອັກຄະລັດຖະທູດບັນດາປະເທດເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ເພີ່ມທະວີການສົມທົບກັນໃນການສະເໜີ, ຜັນຂະຫຍາຍບັນດານະໂຍບາຍຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ ເພື່ອສ້າງການຫັນປ່ຽນໃນການຮ່ວມມືທາງການຄ້າ, ດຶງດູດການລົງທຶນ. ສ່ວນ ເອກອັກຄະລັດຖະທູດອຸປະທູດ, ບັນດາປະເທດອາບຟຼິກກາ ຢັ້ງຢືນຈະສະໜັບສະໜູນ ຫວຽດນາມຊຸກຍູ້ການຮ່ວມມືກັບ ສະຫະພາບ ອາບຟຼິກກາ (AU) ບັນດາປະຊາຄົມເສດຖະກິດໃນພາກພື້ນ(RECs)  ໃນທຸກຂົງເຂດ.


top