ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ, ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ໃນການພົບປະ, ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍບັນດາແຜນການຮ່ວມມືປີ 2025 ຢ່າງມີປະສິດທິຜົນ, ແທດຈິງ; ພ້ອມທັງຢັ້ງຢືນວ່າ ສອງກອງທັບສອງປະເທດຕ້ອງເພີ່ມທະວີການແບ່ງປັນຂໍ້ມູນ ແລະ ເພີ່ມທະວີການຮ່ວມມືບໍ່ໃຫ້ບັນດາອິດທິກຳລັງເປັນປໍລະປັກມ້າງທຳລາຍສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບ.
ສອງຝ່າຍກໍເປັນເອກະພາບເພີ່ມທະວີການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ; ເພີ່ມທະວີການປົກປັກຮັກສາຊາຍແດນລະຫວ່າງສອງປະເທດ; ໂຄສະນາ, ສຶກສາເພື່ອຄົນລຸ້ນຫນຸ່ມສອງປະເທດມີຄວາມເຂົ້າໃຈແຈ້ງ, ເລິກເຊິ່ງກວ່າ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ ນັບມື້ນັບໝັ້ນແກ່ນກວ່າເກົ່າ.