ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມກັ​ບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ວັນທີ 30 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ. ການຢ້ຽມຢາມຈະແກ່ຍາວເປັນເວລາ 1 ອາທິດນີ້ແມ່ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນຖານະເປັນຜູ້ນຳໜ້າອົງການນິຕິບັນຍັດ ຫວຽດນາມ. ການຢ້ຽມຢາມແມ່ນໂອກາດເພື່ອຮັດແໜ້ນການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດ ກັບສອງຄູ່ຮ່ວມມືຫຼັກແຫຼ່ງ ຂອງຫວຽດນາມ ຢູ່ພາກພື້ນ ປາຊີຟິກໃຕ້ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ໄດ້ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ ມີການພັດທະນາຢ່າງສະດວກ, ມີປະສິດທິຜົນນັບທັງໃນໄລຍະເກີດພະຍາດໂຄວິດ - 19. ສອງປະເທດລ້ວນແຕ່ຖືເປັນສຳຄັນຕໍ່ຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ. ອົດສະຕາລີ ຫາກໍ່ມີການນຳລັດຖະສະພາຄົນໃໝ່ ໃນເດືອນກໍລະກົດ ປີ 2022 ແລະ ນິວຊີແລນ ກໍ່ຫາກໍ່ມີການນຳສະພາແຫ່ງຊາດຄົນໃໝ່ໃນເດືອນສິງຫາ ປີ 2022.

ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາອົດສະຕາລີມີການພັດທະນາອັນດີງາມທັງດ້ານສອງຝ່າຍ ແລະ ຫຼາຍຝ່າຍ

ອົດສະຕາລີ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ ຢູ່ພາກພື້ນ ປາຊີຟິກໃຕ້. ການພົວພັນຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່າງມີປະສິດທິຜົນໃນທຸກຂົງເຂດ. ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງສືບຕໍ່ໄດ້ຮັບການຮັກສາ.

ຫວຽດນາມ ແລະ ອົດສະຕາລີ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2023. ຢູ່ບັນດາການພົບປະ, ຝ່າຍອົດສະຕາລີ ສະແດງຄວາມຫວັງວ່າ ເນື່ອງໃນໂອກາດນີ້ ສອງປະເທດຈະຍົກການພົວພັນສອງປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ.

ໃນ “ການເຄື່ອນໄຫວ” ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ, ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອົດສະຕາລີ ໃນຊຸມປີຜ່ານມາ ມີການພັດທະນາຢ່າງດີງາມ ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ, ປະກອບສ່ວນສຳຄັນເຂົ້າໃນການພົວພັນລວມຂອງສອງປະເທດ. ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອົດສະຕາລີ (ວັນທີ 4 ຕຸລາ 2022). ສ່ວຍຝ່າຍອົດສະຕາລີ, ສະພາແຫ່ງຊາດອົດສະຕາລີ ມີກຸ່ມສະມາຊິກລັດຖະສະພາມິດຕະພາບ ກັບ ຫວຽດນາມ ດ້ວຍສະມາຊິກ 57 ຄົນ. ເລື່ອງກາຍເປັນໜຶ່ງໃນບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບໃຫຍ່ທີ່ສຸດໃນສະພາແຫ່ງຊາດອົດສະຕາລີ ໄດ້ສະແດງໃຫ້ເຫັນວ່າ ບັນດາສະມາຊິກລັດຖະສະພາ ອົດສະຕາລີ ຢາກມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ວາອີກ ແລະ ມີຄວາມສົນໃຈຕໍ່ການຊຸກຍູ້ການພົວພັນກັບ ຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອົດສະຕາລີ ກ່ອນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານນາງປະທານສະພາສູງ ອົດສະຕາລີ Sue Lines ໃຫ້ຮູ້ວ່າ:

ດ້ວຍຖານະເປັນປະທານສະພາສູງ, ຂ້າພະເຈົ້າຖືວ່າ ໜຶ່ງໃນບັນດາເງື່ອນໄຂສຳຄັນນັ້ນແມ່ນການແລກປ່ຽນລະຫວ່າງສະພາແຫ່ງຊາດສອງປະເທດ. ຂ້າພະເຈົ້າຖືວ່າສິ່ງນີ້ມີຄວາມສຳຄັນທີ່ສຸດ. ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາກຸ່ມສະມາຊິກລັດຖະສະພາ ມິດຕະພາບທີ່ມີສະມາຊິກຫຼາຍທີ່ສຸດຢູ່ສະພາແຫ່ງຊາດ ອົດສະຕາລີ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອົດສະຕາລີກໍ່ຈະເປີດກາລະໂອກາດເພື່ອໃຫ້ສອງຝ່າຍສາມາດປຶກສາຫາລື ກ່ຽວກັບວິທີການເຊິ່ງ ສະພາແຫ່ງຊາດ ສອງປະເທດ ອາດຈະຮ່ວມມືກັນໃນໄລຍະຈະມາເຖິງ ກໍ່ຄືການຮ່ວມມືລະຫວ່າງບັນດາພັກຝ່າຍໃນການຮັບມືກັບບັນດາສິ່ງທ້າທາຍ ລວມ ເຊິ່ງພວກເຮົາຕ້ອງປະເຊີນໜ້າ.

ໃນຊຸມປີ 2019 – 2021, ຍ້ອນຜົນກະທົບຈາກພະຍາດໂຄວິດ - 19, ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການພົບປະແລກປ່ຽນຂັ້ນຄະນະກຳມະການ, ລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ ສອງປະເທດຖືກຕັດຕອນ. ເຖິງຢ່າງໃດກໍ່ຕາມ, ທີ່ການໂອ້ລົມທາງໂທລະສັບຄັ້ງຕ່າງໆ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນແຫ່ງຊາດ, ພ້ອມທັງເຫັນດີເປັນເອກະພາບພ້ອມກັນເພີ່ມທະວີການສົມທົບກັນ, ກະຕຸກຊຸກຍູ້ ແລະ ຕິດຕາມກວດກາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດໃນການປະຕິບັດສັນຍາ, ຂໍ້ຕົກລົງໄດ້ຮັບການລົງນາມ ລະຫວ່າງສອງປະເທດ, ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ. ຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາ ພາກພື້ນ ແລະ ໂລກ, ຄະນະສະມາຊິກສະພາແຫ່ງຊາດ ສອງປະເທດ ໄດ້ເພີ່ມທະວີການແລກປ່ຽນ ແລະ ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາໃນພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ພັດທະນາຢ່າງແຮງ

ນິວຊີແລນ ກໍ່ແມ່ນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ ຢູ່ພາກພື້ນ ປາຊີຟິກໃຕ້. ການພົວພັນຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່ງແຮງໃນຫຼາຍຂົງເຂດ. ການແລກປ່ຽນຄະນະຜູ້ແທນຂັ້ນສູງ ໄດ້ຮັບການຮັກສາເປັນປະຈຳ, ຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ.

ໃນຂົງເຂດເສດຖະກິດ, ປັດຈຸບັນ ນິວຊີແລນແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 36 ຂອງ ຫວຽດນາມ. ວົງເງິນການຄ້າສອງສົ້ນມີການເຕີບໂຕສູງ ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ - 19 ກໍ່ຕາມ. ການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ບຳລຸງສ້າງ, ແຮງງານ, ກະສິກຳ… ມີການພັດທະນາຢ່າງດີງາມ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ທ່ານນາງເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ Tredene Dobson ຢັ້ງຢືນວ່າ:

ພວກຂ້າພະເຈົ້າຕີລາຄາສູງຕໍ່ຄຳໝັ້ນສັນຍາຢ່າງແຮງຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເພື່ອແນໃສ່ຕ້ານການປ່ຽນແປງຂອງດິນຟ້າອາກາດ. ດ້ວຍຖານະເປັນຄູ່ຮ່ວມມືໃຫ້ການອຸປະຖຳ ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍຫວຽດນາມ ໃນກິດຈະກຳຕ້ານການປ່ຽນແປງຂອງດິນຟ້າອາກາດ. ຫຼືໃນຂົງເຂດກະສິກຳ, ນິວຊີແລນ ກໍ່ໃຫ້ຄຳໝັ້ນສັນຍາໜູນຊວ່ຍ ຫວຽດນາມ ຫຼຸດຜ່ອນການປ່ອຍທາດ ເມຕານ.

ກ່ຽວກັບການພົວພັນ ອົງການນິຕິບັນຍັດລະຫວ່າງ ຫວຽດນາມ ແລະ ນິວຊີແລນ, ຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະ ໂລກ, ສອງປະເທດມີການແລກປ່ຽນຢ່າງເປັນປະຈຳ ແລະ ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໃນສະພາບການນັ້ນ, ການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແມ່ນໂອກາດເພື່ອຮັດແໜ້ນການພົວພັນໄມຕິຈິດມິດຕະພາບ. ຄູ່ຮ່ວມມືຍຸດທະສາດກັບສອງຄູ່ຮ່ວມມືຫຼັກແຫຼ່ງຂອງ ຫວຽດນາມ ຢູ່ພາກພື້ນ ປາຊີຟິກໃຕ້ ແລະ ກໍ່ແມ່ນສອງຄູ່ຮ່ວມມືສຳຄັນຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ການຢ້ຽມຢາມກໍ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດພາຍຫຼັງໂຄວິດ - 19, ພິເສດແມ່ນການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ ແລະ ການແລກປ່ຽນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.


top