ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາສາກົນ ຄັ້ງທີ 152 (IPU – 152) ຢູ່ Istanbul, ຕວັກກີ, ຕອນເຊົ້າວັນທີ 17 ເມສາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານ Martin Chungong ເລຂາທິການໃຫຍ່ລັດຖະສະພາສາກົນ (IPU).
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານເລຂາທິການໃຫຍ່ IPU Martin Chungong. (ພາບ: TTXVN
ເມື່ອແລກປ່ຽນກ່ຽວກັບກຳນົດທິດທາງແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ IPU ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ IPU ສືບຕໍ່ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ຍົກສູງກຳລັງຄວາມສາມາດສ້າງກົດໝາຍ ແລະ ຕິດຕາມກວດກາ; ສ້າງເງື່ອນໄຂເພື່ອໃຫ້ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມບັນດາກົນໄກ, ເວທີປາໄສດ້ານວິຊາການຂອງ IPU ຢ່າງເລິກເຊິ່ງກວ່າ ກໍຄືເປັນເຈົ້າພາບຈັດບັນດາເຫດການສາກົນ ແລະ ພາກພື້ນຂອງ IPU ໃນອະນາຄົດ.
ສ່ວນທ່ານເລຂາທິການໃຫຍ່ IPU Martin Chungong ຕີລາຄາສູງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ. ທ່ານຖືວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບດ້ວຍຫຼາຍຂໍ້ລິເລີ່ມ, ຂີດໝາຍໃນເວທີປາໄສຮ່ວມມືລະຫວ່າງລັດຖະສະພາຄັ້ງຕ່າງໆ, ໃນນັ້ນ ມີ IPU. ທ່ານເລຂາທິການໃຫຍ່ IPU ປາດຖະໜາວ່າ ຈະສືບຕໍ່ໄດ້ຮ່ວມມືກັບສະພາແຫ່ງຊາດ, ບັນດາສະມາຊິກ, ບັນດາຄູ່ຮ່ວມມື ຫວຽດນາມ ໃນໄລຍະຈະມາເຖິງ.
ກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ; ພົບປະກັບທ່ານ Vincent Blondel ປະທານສະພາສູງ ແບນຊິກ.