ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ, ອົດ​ສະ​ຕາ​ລີ, ສິງ​ກະ​ໂປ ແລະ ກຳ​ປູ​ເຈຍ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບນາຍົກລັດຖະມົນຕີບັນດາປະເທດ ການາດາ, ອົດສະຕາລີ, ສິງກະໂປ ແລະ ເຈົ້າໜ້າທີ່ຂັ້ນສູງ ກຳປູເຈຍ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບນາຍົກລັດຖະມົນຕີບັນດາປະເທດ ການາດາ, ອົດສະຕາລີ, ສິງກະໂປ ແລະ ເຈົ້າໜ້າທີ່ຂັ້ນສູງ ກຳປູເຈຍ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ:  VGP)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ສອງຝ່າຍເຫັນດີນຳກັນວ່າ ໄປຄຽງຄູ່ກັບການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ການສຶກສາ - ບຳລຸງສ້າງ, ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ບັນຫາຄ້ຳປະກັນ ດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ...

    

ການພົບປະກັບຄູ່ຕຳແໜ່ງ ອົດສະຕາລີ Anthony Albanese (ພາບ:TTXVN)

ທີ່ການພົບປະກັບຄູ່ຕຳແໜ່ງ ອົດສະຕາລີ Anthony Albanese, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ອົດສະຕາລີ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ, ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກ່ອນອື່ນໝົດແມ່ນສົມທົບກັນກະກຽມແກ່ການຢ້ຽມຢາມ ອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ລອບຄອບຖີ່ຖ້ວນ; ສືບຕໍ່ຜັນຂະຫຍາຍຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ ໃຫ້ມີປະສິດທິຜົນ.

ສ່ວນໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍບົດບັນທຶກການຮ່ວມມືໃນຂົງເຂດເສດຖະກິດີຈີຕອນ, ສິ່ງແວດລ້ອມ, ພະລັງງານ ໃຫ້ມີປະສິດທິຜົນ; ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າສ້າງ ກົນໄກ “ສາຍພົວພັນຄູ່ຮ່ວມມືຍຸດທະສາດເສດຖະກິດດີຈີຕອນ - ເສດຖະກິດສີຂຽວ” ລະຫວ່າງສອງປະເທດ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບທ່ານພົນເອກ Hun Manet,  ຮອງຫົວໜ້າເສນາທິການໃຫຍ່ ກອງທັບ ລາຊະອານາຈັກ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)


top