ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ

ທ່ານພົນເອກ ໂງຊວັນລິກ ກໍຕີລາຄາສູງຕໍ່ເລື່ອງກອງທັບປະຊາຊົນ ລາວ ແລະ ທ່ານຈັນສະໝອນ ຈັນຍະລາດເອງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ.
ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມນຕີກະຊວງປ້ອງກັນປະເທດ ລາວ ແລະ ທ່ານພົນເອກ ໂງຊວັນລິກ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ລາວ, ຕອນຄ່ຳວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມນຕີກະຊວງປ້ອງກັນປະເທດ ລາວ ໄດ້ເຂົ້າຢ້ຽມຢາມທ່ານພົນເອກ ໂງຊວັນລິກ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.

        ທ່ານພົນເອກ ຈັນສະໝອນ ຈັນຍະລາດ ແຈ້ງໃຫ້ທ່ານພົນເອກ ໂງຊວັນລິກ ຮັບຊາບກ່ຽວກັບລາຍການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ຢູ່ ຫວຽດນາມ ກໍຄືໝາກຜົນການຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ; ພ້ອມທັງສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ.

        ນະທີ່ນີ້, ທ່ານພົນເອກ ໂງຊວັນລິກ ກໍຕີລາຄາສູງຕໍ່ເລື່ອງກອງທັບປະຊາຊົນ ລາວ ແລະ ທ່ານຈັນສະໝອນ ຈັນຍະລາດເອງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ.

        ທ່ານພົນເອກ ໂງຊວັນລິກ ສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມັກຄີ, ຄວາມຜູກພັນທີ່ໜຽວແໜ້ນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ ຈະສືບຕໍ່ເກີດດອກອອກຜົນຍິ່ງໆຂຶ້ນ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການປັບປຸງຢ່າງແທດຈິງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top