ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຕວັກ​ກີ

ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ຕວັກກີ ແນະນຳບັນດາຜະລິດຕະພັນກໍຄືຊອກຫາກຳລັງຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດຂອງສອງຝ່າຍ.
ບັນຍາກາດການພົບປະໂອ້ລົມ

ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນເຈົ້າພາບພິທີຕ້ອນຮັບ ແລະ ການພົບປະໂອ້ລົມກັບທ່ານ Haluk Gorgun, ປະທານອົງການອຸດສາຫະກຳປ້ອງກັນຊາດ ຕວັກກີ (ຂຶ້ນກັບຫ້ອງວ່າການປະທານາທິບໍດີ ສ.ຕວັກກີ). ໃນການພົບປະ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະ ຫຼາຍຝ່າຍ; ເລື່ອງຊື້ບັນດາເຄື່ອງອຸປະກອນດ້ານປ້ອງກັນຊາດຂອງ ຫວຽດນາມ ຈາກບັນດາຄູ່ຮ່ວມມືນັ້ນ ແມ່ນເພື່ອແນໃສ່ຈຸດປະສົງເພີ່ມທະວີຄວາມສາມາດປ້ອງກັນປະເທດ, ຮັບໃຊ້ຈຸດປະສົງປົກປັກຮັກສາປະເທດຊາດ, ປົກປັກຮັກສາສັນຕິພາບ. ຫວຽດນາມ ໃຫ້ຄວາມເອົາໃຈໃສ່ເຖິງການຮ່ວມມືສາກົນໃນດ້ານອຸດສາຫະກຳປ້ອງກັນຊາດ, ມຸ່ງໄປເຖິງເປົ້າໝາຍເປັນເຈົ້າການໃນການຜະລິດເຄື່ອງອຸປະກອນການທະຫານ.

ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນ, ນຳການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ. ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ຕວັກກີ ແນະນຳບັນດາຜະລິດຕະພັນກໍຄືຊອກຫາກຳລັງຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດຂອງສອງຝ່າຍ.

ສ່ວນທ່ານ Haluk Gorgun, ປະທານອົງການອຸດສາຫະກຳປ້ອງກັນຊາດ ຕວັກກີ ຫວັງວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ພ້ອມທັງຕັ້ງໜ້າຄົ້ນຄວ້າ ແນໃສ່ເປີດກວ້າງບັນດາຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນໃໝ່.


top