ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ​ແຂວງ ກວາງ​ນິງ (ຫວຽດ​ນາມ) ແລະ ແຂວງ ຫົວ​ພັນ

ວັນທີ 29 ທັນວາ, ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນ, ທ່ານ ກວານມິງເກື່ອງ, ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງນິງ ໄດ້ມີການພົບປະກັບທ່ານ ພຸດພັນ ແກ້ວວົງໄຊ, ເລຂາພັກແຂວງໆ ຫົວພັນ.
ທ່ານ ກວານມິງເກື່ອງ, ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງນິງ ພົບປະກັບທ່ານ ພຸດພັນ ແກ້ວວົງໄຊ, ເລຂາພັກແຂວງໆ ຫົວພັນ. (ພາບ: baoquangninh.vn)

ນະທີ່ນີ້, ການນຳ 2 ທ້ອງຖິ່ນໄດ້ຕົກລົງເປັນເອກະພາບເພີ່ມທະວີການສົມທົບຜັນຂະຫຍາຍບັນດາເນື້ອໃນຮ່ວມມື, ສຸມໃສ່ສຳຫຼວດກວດກາຄືນໝາກຜົນການຮ່ວມມືໄລຍະ 2022 – 2026 ແລະ ສະເໜີກຳນົດທິດໄລຍະຕໍ່ໄປ.

        ທ່ານເລຂາພັກແຂວງໆ ກວາງນິງ ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍໂຄງການທຶນສຶກສາຂອງແຂວງ ກວາງນິງ ທີ່ມີຕໍ່ນັກສຶກສາ 3 ແຂວງພາກເໜືອຂອງລາວ, ໃນນັ້ນ ມີແຂວງ ຫົວພັນ; ເພີ່ມທະວີການບຳລຸງ, ກໍ່ສ້າງພະນັກງານ. ພ້ອມດຽວກັນນັ້ນ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ເພີ່ມທະວີການແນະນຳ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ຝ່າຍຊອກຫາໂອກາດຮ່ວມມືລົງທຶນ, ສົ່ງເສີມການຄ້າ, ແນະນຳຜະລິດຕະພັນ; ຍູ້ແຮງການແລກປ່ຽນບົດຮຽນປະສົບການ, ສົມທົບກັນຄົ້ນຄວ້າການສ້າງຜະລິດຕະພັນການທ່ອງທ່ຽວ, ການໂຄສະນາພາບພົດການທ່ອງທ່ຽວແຂວງ ກວາງນິງ ຢູ່ ຫົວພັນ ແລະ ພາບພົດການແຂວງ ຫົວພັນ ຢູ່ ກວາງນິງ; ຮັກສາບັນດາກິດຈະກຳພົບປະແລກປ່ຽນ, ມິດຕະພາບລະຫວ່າງ 2 ທ້ອງຖິ່ນ.

        ສ່ວນທ່ານ ພຸດພັນ ແກ້ວວົງໄຊ, ເລຂາພັກແຂວງແຂວງ ຫົວພັນ ຕີລາຄາສູງການໜູນຊ່ວຍຂອງ ກວາງນິງ, ພິເສດແມ່ນນັບແຕ່ປີ 2011 ມາຮອດປັດຈຸບັນ ດ້ວຍມູນຄ່າທັງໝົດ 80 ຕື້ດົ່ງ ແລະ ທຶນການສຶກສາກວ່າ 300 ທຶນໃຫ້ແກ່ນັກສຶກສາແຂວງ ຫົວພັນ; ພ້ອມທັງຢັ້ງຢືນຈະສືບຕໍ່ຊຸກຍູ້ການຮ່ວມມື, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.


top