ຂ່າວສານ

ເພີ່ມ​ທະ​ວີ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ເສຍ​ອາ​ກອນ​ຜ່ານ​ທາງ​ເອ​ເລັກ​ໂຕ​ນິກ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ແລະ ພວມດຳເນີນຢ່າງແຮງ, ເລິກເຊິ່ງກວ້າງຂວາງໃນທົ່ວປະເທດ ແລະ ໃນໂລກ. ພັກ, ລັດ ຫວຽດນາມ ຖືເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມແຖວໜ້າ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ແລະ ພວມດຳເນີນຢ່າງແຮງ, ເລິກເຊິ່ງກວ້າງຂວາງໃນທົ່ວປະເທດ ແລະ ໃນໂລກ. ພັກ, ລັດ ຫວຽດນາມ ຖືເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມແຖວໜ້າ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ 

ກ່າວຄຳເຫັນທີ່ພິທີປະກາດ ລະບົບໃບບິນເອເລັກໂຕນິກທົ່ວປະເທດ ໂດຍກົມໃຫຍ່ພາສີອາກອນ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຂະແໜງອາກອນ ຕ້ອງເພີ່ມທະວີການໝູນໃຊ້ເຕັກໂນໂລຢີທັນສະໄໝເຂົ້າໃນການຄຸ້ມຄອງ, ຮັບປະກັນການແຈ້ງການເສຍອາກອນຜ່ານທາງເອເລັກໂຕນິກຢ່າງງ່າຍດາຍທີ່ສຸດ; ສູ້ຊົນຮອດປີ 2022, 100% ລະບຽບການບໍລິຫານໃນຂົງເຂດພາສີອາກອນ ໄດ້ຮັບການປະຕິບັດດ້ວຍຮູບແບບເອເລັກໂຕນິກໂດຍມີການເຊື່ອມຕໍ່ກັບ ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ແລະ ພວມດຳເນີນຢ່າງແຮງ, ເລິກເຊິ່ງກວ້າງຂວາງໃນທົ່ວປະເທດ ແລະ ໃນໂລກ. ພັກ, ລັດ ຫວຽດນາມ ຖືເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມແຖວໜ້າ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ຄວນສືບຕໍ່ປ່ຽນແປງໃໝ່, ມີຈິນຕະນາການບຸກທະລຸ ແລະ ວິໄສທັດຍຸດທະສາດ; ສືບຕໍ່ໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງກຳລັງໜູນຕາມຈິດໃຈນຳທັນ, ກ້າວໄປພ້ອມກັນ ແລະ ມານະພະຍາຍາມບືນຕົວຂຶ້ນໃຫ້ບຸກທະລຸໃນຂົງເຂດຄຸ້ມຄອງອາກອນ. ຖືປະຊາຊົນ, ວິສາຫະກິດເປັນໃຈກາງ ແລະ ເປັນເປົ້າໝາຍ, ເປັນກຳລັງໜູນຂອງການຫັນເປັນດີຈີຕອນ ແລະ ປະຊາຊົນ, ວິສາຫະກິດກໍຕ້ອງເຂົ້າຮ່ວມວິວັດທະນາການຫັນເປັນດີຈີຕອນນີ້”.

(ແຫຼ່ງຄັດຈາກ VOV)


top