ຂ່າວສານ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ພິ​ເສດ ຫ​ວຽດ​ນາມ - ລາວ​ໃຫ້ຫຼາຍ​ກ່​ວາ​ອີກ

ຢູ່ບັນດາການພົບປະ ແລະ ໂອ້ລົມເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ຮັບການລົງນາມແລ້ວໃຫ້ເປັນຢ່າງດີ, ຮັບປະກັນຄວາມຄືບໜ້າບັນດາໂຄງການຮ່ວມມືຈຸດສຸມ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ພິເສດແມ່ນຮັບຮອງເອົາການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເງິນ, ທະນາຄານ...
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດແຫ່ງສສ. ຫວຽດນາມ ແລະ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ.ລາວ

ໂດຍຕອບຮັບຄຳເຊື້ອເຊີນຂອງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ.ລາວ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດແຫ່ງສສ. ຫວຽດນາມ ໄດ້ໄປຢ້ຽມຢາມລາວຢ່າງເປັນທາງການໃນລະຫວ່າງວັນທີ 21 – 22 ສິງຫາ. ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 21 ສິງຫາ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດແຫ່ງ.ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ, ພົບປະເຈລະຈາ ກັບທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງສປປ ລາວ. ຢູ່ບັນດາການພົບປະ ແລະ ໂອ້ລົມເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ຮັບການລົງນາມແລ້ວໃຫ້ເປັນຢ່າງດີ, ຮັບປະກັນຄວາມຄືບໜ້າບັນດາໂຄງການຮ່ວມມືຈຸດສຸມ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ພິເສດແມ່ນຮັບຮອງເອົາການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເງິນ, ທະນາຄານ, ນຳການຮ່ວມມືເສດຖະກິດກາຍເປັນເສົາຄ້ຳຫຼັກໃນການພົວພັນສອງປະເທດ, ມີນະໂຍບາຍບຸລິມະສິດໃຫ້ວິສາຫະກິດໃຫຍ່ຫວຽດນາມ ທີ່ມີທ່າແຮງໃນການລົງທຶນຢູ່ ລາວ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືການປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ສົມທົບກັນຄົ້ນຫາ, ເຕົ້າໂຮມອັດຖະນັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ, ພ້ອມກັນສ້າງອະນຸສາວະລີຮ່ວມສຳພັນສູ້ຮົບຂອງສອງປະເທດ, ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ສົມທົບຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ອາຊຽນ, ສປຊ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນເຊິ່ງສອງປະເທດເປັນສະມາຊິກ.


top