ຕອນບ່າຍວັນທີ 7 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ ອຸຣະວະດີ ສີພີຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ ອຸຣະວະດີ ສີພີຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ
ໂດຍສະແດງຄວາມຍິນດີຕໍ່ທ່ານນາງ ອຸຣະວະດີ ສີພີຣົມ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ເອກອັກຄະລັດຖະທູດ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ສຳຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີທີ່ພວມນັບມື້ນັບພັດທະນາຢ່າງແຮງລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.
ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍຮັກສາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕໍ່ສູ້ກັບບັນດາອົງການກໍ່ການຮ້າຍ, ປະຕິການ; ຮັບປະກັນບໍ່ປະໃຫ້ບໍ່ວ່າສ່ວນບຸກຄົນໃດ ຫຼືອົງການໃດນຳໃຊ້ດິນແດນຂອງປະເທດນີ້ຕ້ານປະເທດອື່ນ.
ສ່ວນທ່ານນາງ ອຸຣະວະດີ ສີພີຣົມ ໄດ້ຢັ້ງຢືນວ່າຈະຊຸກຍູ້ການຜັນຂະຫຍາຍບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດໃນປີ 2025, ໃນນັ້ນມີການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດໄທ. ທ່ານນາງເອກອັກຄະລັດຖະທູດປາດຖະໜາຢາກສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດອາຊຽນ ກໍ່ຄືຢູ່ບັນດາອົງການຈັດຕັ້ງໃນພາກພື້ນເຊິ່ງທັງສອງຝ່າຍແມ່ນສະມາຊິກ.