ຂ່າວສານ

ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ທ່ານນາຍົກລັດຖະມົນຕີ Anthony Albanese ຢັັ້ງຢືນສາຍພົວພັນກັບ ຫວຽດນາມ ຍາມໃດກໍສວມບົດບາດສຳຄັນສຳລັບ ອົດສະຕາລີ; ອົດສະຕາລີ ຖືເປັນສຳຄັນການເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.

ທ່ານນາຍົກລັດຖະມົນຕີ Anthony Albanese ຢັັ້ງຢືນສາຍພົວພັນກັບ ຫວຽດນາມ ຍາມໃດກໍສວມບົດບາດສຳຄັນສຳລັບ ອົດສະຕາລີ; ອົດສະຕາລີ ຖືເປັນສຳຄັນການເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່. 

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Anthony Albanese ຢັັ້ງຢືນສາຍພົວພັນກັບ ຫວຽດນາມ ຍາມໃດກໍສວມບົດບາດສຳຄັນສຳລັບ ອົດສະຕາລີ; ອົດສະຕາລີ ຖືເປັນສຳຄັນການເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີ ອົດສະຕາລີ ສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບດ້ານເຕັກນິກ ແລະ ເປີດປະຕູຕະຫຼາດໃຫ້ແກ່ໝາກໄມ້ສົດ ແລະ ສິນໃນນ້ຳຂອງ ຫວຽດນາມ ຫຼາຍກວ່າອີກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍສະເໜີໃຫ້ ອົດສະຕາລີ ສົ່ງເສີມວິສາຫະກິດ ອົດສະຕາລີ ເພີ່ມທະວີການລົງທຶນ ຢູ່ ຫວຽດນາມ ຫຼາຍກວ່າ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດຢູ່ ອົດສະຕາລີ; ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອົດສະຕາລີ ດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ.

        ທ່ານນາຍົກລັດຖະມົນຕີ Anthony Albanese ສະເໜີໃຫ້ສອງຝ່າຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍຍຸດທະສາດເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ - ອົດສະຕາລີ (EEES); ເພີ່ມທະວີການລົງທຶນຂອງ ອົດສະຕາລີ ຢູ່ ຫວຽດນາມ, ຍູ້ແຮງການຮ່ວມມືທາງດ້ານການສຶກສາ ແລະ ກໍ່ສ້າງ, ສະໜອງທຶນການສຶກສາໃຫ້ນັກສຶກສາ ຫວຽດນາມ ຕື່ມອີກ ແລະ ຊຸກຍູ້ການຜັນຂະຫຍາຍໂຄງການ ວີຊາ ກະສິກຳ, ເປີດສາຍການບິນໂດຍກົງຕື່ມອີກ…

ແຫຼ່ງຄັດຈາກ VOV


top