ຂ່າວສານ

ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ - ໂອ​​ຕາ​ລິດ ​ໃຫ້​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ

ຕອນບ່າຍວັນທີ 1ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Alexander Schallenberg ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຮັບຜິດຊອບບັນຫາເອີລົບ ແລະ ສາກົນ ສາທາລະນາລັດ ໂອຕາລິດ .

ຕອນບ່າຍວັນທີ 1ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Alexander Schallenberg ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຮັບຜິດຊອບບັນຫາເອີລົບ ແລະ ສາກົນ ສາທາລະນາລັດ ໂອຕາລິດ .

    

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ  (ພາບ: TTXVN)

ເພື່ອແນໃສ່ການເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ໂອຕາລິດ ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານລັດຖະມົນຕີ Schallenberg ໄດ້ເຫັນດີຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ປະສານສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ - ການລົງທຶນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດ ໂອຕາລິດ ມີກຳລັງແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄືພະລັງງານຜະລິດຄືນໃໝ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳບັດສິ່ງເສດເຫຼືອ, ອຸດສາຫະກຳປຸງແຕ່ງ...

ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງຜັນຂະຫຍາຍກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ຫວຽດນາມ - ໂອຕາລິດ ທີ່ຈະມາເຖິງ, ຍາດແຍ່ງບັນດາກາລະໂອກາດ ແລະ ຜົນປະໂຫຍດທີ່ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ນຳມາໃຫ້. ທ່ານລັດຖະມົນຕີ ບຸ່ຍແທງເຊິນ ສະເໜີໃຫ້ ລັດຖະບານໂອຕາລິດ ມີສຽງສະໜັບສະໜູນ, ຊຸກຍູ້ສະພາແຫ່ງຊາດໂອຕາລິດ ເຊັນອະນຸມັດສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA)ໂດຍໄວ.

(ແຫຼ່ງຄັດຈາກ VOV)


top