ຂ່າວສານ

ເພີ່ມພູນຄູນສ້າງໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ

      ທີ່ກອງປະຊຸມຄັ້ງທີ 19 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ ຫາກໍຖືກດຳເນີນຜ່ານທາງອອນລາຍ, ບັນດາປະເທດສະມາຊິກ ອາຊຽນ ໄດ້ຕີລາຄາສູງບັນດາໝາກຜົນຮ່ວມມືທີ່ຕັ້ງໜ້າໃນການພົວພັນ ອາຊຽນ - ລັດເຊຍ ໃນໄລຍະຜ່ານມາ. 
(ພາບປະກອບ: vietnamplus.vn)
      ຕາມນັ້ນແລ້ວ, ບັນດາໂຄງການ, ແຜນການຮ່ວມມືລະຫວ່າງສອງຝ່າຍ ໄດ້ປະກອບສ່ວນໜູນຊ່ວຍ ອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ ແລະ ຮັດແຄບຊ່ອງວາງການພັດທະນາ. ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ອາຊຽນ ແລະ ລັດເຊຍ ເຫັນດີສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫຼາຍກວ່າອີກ, ເອົາໃຈໃສ່ເຖິງບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ເປັນຕົ້ນແມ່ນ ການເມືອງ, ຄວາມໝັ້ນຄົງ, ການຄຸ້ມຄອງໄພທຳມະຊາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່, ການທ່ອງທ່ຽວ, ການປ້ອງກັນ, ສະກັດກັ້ນພະຍາດຕິດຕໍ່…, ປະກອບສ່ວນນຳສອງຝ່າຍຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ. 
(ແຫຼ່ງຄັດຈາກ VOV)


top