ຂ່າວສານ

ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ໂປໂລຍ

ການພົວພັນມິດຕະພາບ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງໂປໂລຍ ແລະ ຫວຽດນາມ ຈະພັດທະນາຢ່າງແຮງກ່ວາອີກ, ພ້ອມກັນຮ່ວມມືເພື່ອສ້າງອະນາຄົດອັນດີງາມໃຫ້ແຕ່ລະປະເທດ.


ທ່ານ ຮິ່ງມິງທ້ຽນ, ປະທານ HUFO ມອບຫຼຽນກາຂອງ HUFO ໃຫ້ທ່ານນາງ Barbara Szymanowska, ເອກອັກຄະລັດຖະທູດ ໂປໂລຍ ປະຈຳ ສສ ຫວຽດນາມ. 
(ພາບ: Xuân Khu/TTXVN)

ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ແລະ ສະມາຄົມມິດຕະພາບ ຫວຽດນາມ - ໂປໂລຍ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງວັນລັດຖະທຳມະນູນສາທາລະນະລັດ ໂປໂລຍ (3/5/1791 – 3/5/2018), ຜ່ານນັ້ນໄດ້ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ໂປໂລຍ.

        ທ່ານນາງ Barbara Szymanowska, ເອກອັກຄະລັດຖະທູດ ສ.ໂປໂລຍ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງໂປໂລຍ ແລະ ຫວຽດນາມ ຈະພັດທະນາຢ່າງແຮງກ່ວາອີກ, ພ້ອມກັນຮ່ວມມືເພື່ອສ້າງອະນາຄົດອັນດີງາມໃຫ້ແຕ່ລະປະເທດ.

        ສ່ວນທ່ານ ຫງວຽນດັງເກື່ອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂປໂລຍ ນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງວັນສ້າງຕັ້ງລັດຖະທຳມະນູນໂປໂລຍ ກ່ອນນີ້ 227 ປີ, ເຊິ່ງແມ່ນລັດຖະທຳມະນູນສະບັບທຳອິດຂອງ ເອີລົບ ດ້ວຍຈຸດກ້າວໜ້າຫຼາຍຢ່າງ, ເປັນຂີດໝາຍໃຫ້ແກ່ການກຳເນີດບັນດານິຍາມການເມືອງທີ່ຍັງໄດ້ຮັບການນຳໃຊ້ມາຮອດປະຈຸບັນ. ທ່ານ ຫງວຽນດັງເກື່ອງ ເນັ້ນໜັກເຖິງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ ພວມໄດ້ຮັບການເພີ່ມພູນຄູນສ້າງ, ພັດທະນາຢ່າງແຮງຈາກການນຳ ແລະ ປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)



top