ຂ່າວສານ

ເພີ່ມທະວີສາຍພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ-ລັດເຊຍ ຕາມທິດຍາວນານ, ແທດຈິງ ແລະ ໄວ້ເນື້ອເຊື່ອໃຈ

ວັນທີ 22 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານຫວຽດນາມໄດ້ຕ້ອນຮັບທ່ານ ພົນໂທ Andrey Valeryevich Kartapolov ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງການທະຫານກອງກຳລັງປະກອບອາວຸດ ສະຫະພັນລັດເຊຍ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານຫວຽດນາມ ຕ້ອນຮັບທ່ານ ພົນໂທ AndreyValeryevichKartapolov ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງການທະຫານກອງກຳລັງປະກອບອາວຸດ ສະຫະພັນລັດເຊຍ (ພາບ: VGP)

ທ່ານ ພົນໂທ AndreyValeryevichKartapolov ໃຫ້ຮູ້ວ່າ: ຝ່າຍລັດເຊຍ ຍາມໃດກໍ່ຖືເປັນສຳຄັນ ສາຍພົວພັນຄູ່ຮ່ວມມື, ການຮ່ວມມືລະຫວ່າງ ສອງປະເທດ ແລະ ຖືນີ້ແມ່ນໜຶ່ງໃນໜ້າທີ່ບຸລິມະສິດ. ພ້ອມດຽວກັນນັ້ນ, ກໍ່ໄດ້ຢັ້ງຢືນຕໍ່ຄໍາໝັ້ນສັນຍາ ໃຫ້ການໜູນຊ່ວຍກອງທັບຫວຽດນາມ ໃນທຸກຂົງເຂດ ແລະ ເຊື່ອໝັ້ນວ່າການພົວພັນຮ່ວມມືດ້ານການທະຫານ ລະຫວ່າງ ສອງປະເທດໃນໄລຍະຈະມາເຖິງ ຈະບັນລຸໄດ້ໝາກຜົນທີ່ດີງາມກວ່າອີກ.

        ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈໍາການລັດຖະບານ ເຈືອງຮ່ວາບິ່ງ ໄດ້ຕີລາຄາສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ທີ່ໄດ້ຮັບການພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ, ໃນນັ້ນ, ສາຍພົວພັນຮ່ວມມືດ້ານປ້ອງກັນຊາດແມ່ນສວມບົດບາດເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນ. ທ່ານຢັ້ງຢືນວ່າ: ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືໜູນຊ່ວຍ ສະຫະພັນລັດເຊຍ ເພີ່ມທະວີ ແລະ ພັດທະນາການພົວພັນກັບບັນດາປະເທດອາຊຽນ ກໍ່ຄືເຂົ້າຮ່ວມໃນບັນດາກົນໄກປ້ອງກັນຄວາມໝັ້ນຄົງໃນພາກພື້ນ, ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີວ່າ: ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດ ສອງປະເທດ ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດຍາວນາມ, ແທດຈິງ ແລະ ໄວ້ເນື້ອເຊື່ອໃຈ ບົນພື້ນຖານບັນດາສົນທິສັນຍາ, ຂໍ້ຕົກລົງສາກົນສອງຝ່າຍໄດ້ລົງນາມກັນ./.

(ແຫຼ່ງຄັດຈາກ VOV)


top