ຂ່າວສານ

ເພີ່ມທະວີວຽກງານສື່ຂ່າວ, ເຊື່ອມຕໍ່ຕະຫຼາດເພື່ອຍູ້ແຮງການສົ່ງອອກແບບຍືນຍົງ

ປີ 2022 ຜ່ານມາ, ວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸປະມານ 732 ຕື້ USD, ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ປີ 2021
  ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ (ພາບ:qdnd.vn)  

ຕອນເຊົ້າວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຫະສະມາຄົມຂະແໜງສິນຄ້າ ຈັດ “ກອງປະຊຸມແລກປ່ຽນວຽກງານສົ່ງເສີມການຄ້າກັບ ລະບົບສຳນັກງານການຄ້າ ຫວຽດນາມ ປະຈຳຕ່າງປະເທດ ເດືອນມັງກອນ 2023”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເນັ້ນໜັກວ່າ: ປີ 2022 ຜ່ານມາ, ວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸປະມານ 732 ຕື້ USD, ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ປີ 2021. ໃນນັ້ນ, ວົງເງິນສົ່ງອອກບັນລຸປະມານ 371,5 ຕື້ USD. ດຸນການຄ້າສືບຕໍ່ຮັບຮູ້ການສົ່ງອອກເກີນດຸນໃນປີທີ 7 ຢ່າງລຽນຕິດດ້ວຍມູນຄ່າສ່ວນເກີນເກືອບ 11 ຕື້ USD. ທ່ານ ລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີວ່າ:

ສິ່ງສຳຄັນທີ່ສຸດນັ້ນແມ່ນບັນດາສຳນັກງານການຄ້າປະຈຳຕ່າງປະເທດຕ້ອງສືບຕໍ່ເກັບກຳຂໍ້ມູນຂ່າວສານສືບຕໍ່ມີຂໍ້ສະເໜີແນະສຳລັບບັນດາອົງການກ່ຽວຂ້ອງອົງການຄຸ້ມຄອງຂອງລັດພ້ອມທັງສະເໜີໃຫ້ບັນດາສະຫະສະມາຄົມຂະແໜງການວິສາຫະກິດເພື່ອປັບປຸງໃຫ້ເໝາະສົມໃນຍຸດທະສາດ ແລະ ແຜການຜະລິດດຳເນີນລະກິດຂອງຕົນເຮັດແນວໃດເພື່ອໃຫ້ບັນດາວິສາຫະກິດ ຫຼືບັນທ້ອງຖິ່ນມີປະເພດສິນຄ້າຂະແໜງສິນຄ້າມີທ່າແຮງ ໃນການສົ່ງອອກ ກໍ່ລ້ວນແຕ່ຕ້ອງຕອບສະໜອງບັນດາມາດຕະຖານເງື່ອນໄຂຂອງຕະຫຼາດແຕ່ລະແຫ່ງ”.


top