ຂ່າວສານ

ເພີ່ມທະວີລະບົບສະຫວັດດີການສັງຄົມເພື່ອການພັດທະນາຂອງມະນຸດ

ການເຊື່ອມໂຍງເຂົ້າກັບສາກົນ ພ້ອມກັນພັດທະນາກ້າວຂຶ້ນຂອງເສດຖະກິດ, ສັງຄົມຂອງປະເທດຊາດ ໄດ້ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມບັນລຸໄດ້ຜົນງານອັນໃຫຍ່ຫລວງໃນການຮັບປະກັນສະຫວັດດີການສັງຄົມໃນຊຸມປີຜ່ານມາ. ຕໍ່ຫນ້າສິ່ງທ້າທາຍໃຫຍ່ ຍ້ອນການແກ້ງແຍ່ງໃນການເຊື່ອມໂຍງ, ການກະທົບຈາກການປະຕິວັດ 4.0 ກໍ່ຄືທ່າອ່ຽງສະພາບຜູ້ມີອາຍຸສູງເພີ່ມຂຶ້ນ ແລະ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ.. ຫວຽດນາມ ພວມຕັ້ງຫນ້າຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບສະຫວັດດີການສັງຄົມ ເພື່ອເປົ້າໝາຍພັດທະນາມະນຸດ.
  ເຮັດລະບຽບການໃຫ້ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍຢູ່ ຕາແສງ ເດອາ ແຂວງ ຢາລາຍໄດ້ກູ້ຢຶມທຶນ.(ພາບ:TTXVN)  

ຢູ່ ຫວຽດນາມ, ລະບົບສະຫວັດດີການສັງຄົມ ໄດ້ສ້າງຂຶ້ນ ຈາກບັນດາເສົາຄ້ຳພື້ນຖານ, ລວມມີ: ການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ສອນວິຊາຊີບ, ແຮງງານ, ວຽກເຮັດງານທຳ. ປະກັນສັງຄົມ, ປະກັນສຸຂະພາບ, ປະກັນປະເພດອື່ນອີກ; ອຸປະກະລະສັງຄົມ ແລະ ບໍລິການສັງຄົມພື້ນຖານອື່ນ.

ລະບົບສະຫວັດດີການສັງຄົມບັນລຸໄດ້ຜົນງານຫລາຍຢ່າງ

ຊຸມປີມໍ່ໆມານີ້ ຫວຽດນາມ ບັນລຸໄດ້ບັນດາບາດກ້າວສຳຄັນໃນການສ້າງລະບອບລະບຽບການ ເພື່ອແນໃສ່ສ້າງບາດກ້າວພື້ນຖານເພື່ອເປີດກວ້າງລະດັບປົກຄຸມສະຫວັດດີການສັງຄົມ. ດ້ວຍເປົ້າໝາຍສຸດທ້າຍ ນັ້ນແມ່ນເພື່ອໃຫ້ພົນລະເມືອງທຸກຄົນ ໄດ້ຮັບປະກັນສະຫວັດດີການສັງຄົມໃນຕະຫລອດຊີວິດ. ລະອຽດ, ຍຸດທະສາດພັດທະນາເສດຖະກິດສັງຄົມ ຫວຽດນາມໄລຍະ 2021 – 2030 ໄດ້ວາງເປົ້າໝາຍເພື່ອໃຫ້ ຫວຽດນາມ ກາຍເປັນປະເທດມີລາຍຮັບປານກາງສູງໃນປີ 2030 ແລະ ປະເທດມີລາຍຮັບປານກາງສູງໃນປີ 2045; ບັນດາດຳລັດວ່າດ້ວຍການກຳນົດນະໂຍບາຍຫນູນຊ່ວຍສັງຄົມສຳລັບເປົ້າໝາຍອຸປະກະລະສັງຄົມ; ດັດປັບເງິນເດືອນພະນັກງານບຳນານ, ຫນູນຊ່ວຍປະກັນສັງຄົມ ແລະ ເງິນອຸດຫນູນໃນແຕ່ລະເດືອນ. ໃນປີ 2020, 2021 ໂລກລະບາດໂຄວິດ 19 ເກີດຂຶ້ນ ແລະ ຜັນແປສັບສົນ, ສົ່ງຜົນສະທ້ອນໂດຍກົງເຖິງຊີວິດສັງຄົມຂອງປະຊາຊົນ, ລັດຖະບານ ໄດ້ປະກາດໃຊ້ຫລາຍກົນໄກນະໂຍບາຍເໝາະສົມ, ທັນການ, ມີລັກສະນະວັດທະນະທຳມະນຸດ ເພື່ອຫນູນຊ່ວຍກຳມະກອນຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ດ້ວຍບັນດາກົນໄກ, ນະໂຍບາຍທີ່ໄດ້ປະກາດໃຊ້, ມາຮອດປະຈຸບັນ ລະບົບສະຫວັດດີການສັງຄົມຢູ່ ຫວຽດນາມ ສ່ວນໃຫຍ່ໄດ້ສ້າງຂຶ້ນຢ່າງຄົບຊຸດ ແລະ ໄດ້ຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ. ທ່ານ ບູ່ຍໂຕນຮຽນ, ຫົວຫນ້າສະຖາບັນວິທະຍາສາດແຮງງານ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

“ຫວຽດນາມ ໄດ້ປະຕິບັດຫລາຍເປົ້າໝາຍສະຫັດສະຫວັດສຳເລັດກ່ອນການກຳນົດເວລາ; ປັບປຸງດັດຊະນີການພັດທະນາມະນຸດ, ປະກອບສ່ວນພັດທະນາເສດຖະກິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຍົກສູງສະຫວັດດີການສັງຄົມທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ລະບົບນະໂຍບາຍສັງຄົມແມ່ນມີຄວາມຄົບຊຸດໂດຍພື້ນຖານ, ຮອບດ້ານ, ຮັບປະກັນໃຫ້ປະຊາຊົນມີສິດໄດ້ຮັບການຫນູນຊ່ວຍຈາກສັງຄົມ.”

  ທ່ານ ບູ່ຍໂຕນຮຽນ, ຫົວຫນ້າສະຖາບັນວິທະຍາສາດແຮງງານ ແລະ ສັງຄົມ   

ຮູບແບບສະຫວັດດີການສັງຄົມຂອງຫວຽດນາມ ໄດ້ນຳມາເຊິ່ງບັນດາຜົນງານເປັນຫນ້າຊື່ນຊົມ, ໄດ້ຮັບການຮັບຮູ້ຈາກໂລກຄື: ຜົນງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ການສຶກສາ, ສາທາລະນະສຸກ. ໃນບົດລາຍງານພັດທະນາມະນຸດ (HDR) ທົ່ວໂລກຂອງໂຄງການພັດທະນາ ສປຊ ປະຈຳຫວຽດນາມ, ຄຸນຄ່າດັດຊະນີການພັດທະນາມະນຸດ(HDI) ຂອງ ຫວຽດນາມ ແມ່ນ 0,703 ໃນປີ 2021, ຢືນອັນດັບທີ 115/191, ເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບທົ່ວໂລກ.

ມຸ່ງໄປເຖິງການສ້າງລະບົບສະຫວັດດີການສັງຄົມຢ່າງຮອບດ້ານ, ຍືນຍົງ

ຫວຽດນາມ ກຳນົດຫນ້າທີ່ປັບປຸງລະບົບສະຫວັດດີການສັງຄົມ ມຸ່ງໄປເຖິງເປົ້າໝາຍສ້າງລະບົບສະຫວັດດີການສັງຄົມຢ່າງຮອບດ້ານ, ຍືນຍົງ ຈະແມ່ນປັດໄຈລຸລ່ວງໃນວິວັດທະນາການພັດທະນາປະເທດຊາດ. ທ່ານ ບູ່ຍໂຕນຮຽນ, ຫົວຫນ້າສະຖາບັນວິທະຍາສາດແຮງງານ ແລະ ສັງຄົມ ໃຫ້ຮູ້ຕື່ມອີກວ່າ:

“ເຮັດແນວໃດເພື່ອໃຫ້ສະຫວັດດີການສັງຄົມໄປທົ່ວເຖິງປະຊາຊົນ  ແລະ  ຍັງມີປະຊາຊົນຈຳນວນຫນຶ່ງພວມມີລາຍຮັບຕ່ຳ ແຕ່ມີຄວາມຄາດຫວັງບືນຕົວຂຶ້ນໃນສັງຄົມ, ເຂົາເຈົ້າພວມຕ້ອງການການຫນູນຊ່ວຍ, ລົງທຶນຈາກສັງຄົມ, ສ້າງກາລະໂອກາດເພື່ອໃຫ້ເຂົາເຈົ້າມີວຽກເຮັດງານທຳດີກວ່າ, ມີລາຍຮັບສູງກວ່າ, ຈຳກັດຄວາມສ່ຽງດ້ານເສດຖະກິດສັງຄົມ. ລົງທຶນໃຫ້ກຸ່ມຄົນນີ້ເພື່ອໃຫ້ເຂົາເຈົ້າພັດທະນາ ພ້ອມກັບການພັດທະນາວັດທະນາຖາວອນຂອງສັງຄົມ.

ການກຳນົດທິດພັດທະນາປະເທດຊາດ ໄລຍະ 2021 – 2030 ໄດ້ລະບຸໄວ້ຢູ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ນັ້ນແມ່ນ “ປະຕິບັດນະໂຍບາຍສັງຄົມ, ຮັບປະກັນຊີວິດສັງຄົມ ແລະສະຫວັດດີການສັງຄົມ, ຄວາມໝັ້ນຄົງຂອງມະນຸດໃຫ້ເປັນຢ່າງດີ, ສ້າງການຫັນປ່ຽນຢ່າງແຮງໃນການຄຸ້ມຄອງພັດທະນາສັງຄົມ, ປະຕິບັດຄວາມກ້າວຫນ້າ ແລະຍຸຕິທຳສັງຄົມ, ຍົກສູງຄຸນນະພາບຂອງຊີວິດ ແລະ ຄວາມຜາສຸກຂອງປະຊາຊົນ”. ເພື່ອສຳເລັດເປົ້າໝາຍນີ້, ຫວຽດນາມໄດ້ ແລະ ພວມສືບຕໍ່ກໍ່ສ້າງ, ພັດທະນາສະຫວັດດີການສັງຄົມ ຕາມທິດກາຍເປັນລະບົບສະຫວັດດີການສັງຄົມຫລາຍຂັ້ນຢ່າງແທ້ຈິງ, ເພື່ອແກ້ໄຂສະພາບປົກຄຸມຕ່ຳ, ການຊົມໃຊ້ເງິນເດືອນຫນ້ອຍ, ຄວາມຜິດດ່ຽງລະຫວ່າງເພດຊາຍ ແລະ ຍິງໃນການປະຕິບັດນະໂຍບາຍສະຫວັດດີການ.

 


top