ຂ່າວສານ

ເພີ່ມທະວີບັນດາການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືປະຊາຊົນ

      ໃນຕອນບ່າຍວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະປະທານຊຸດທີ V (2013 – 2018) ຄັ້ງທີ VI ສະຫລຸບວຽກງານໃນປີ 2017, ຜັນຂະຫຍາຍທິດທາງໜ້າທີ່ໃນປີ 2018.
ເພີ່ມທະວີບັນດາການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືປະຊາຊົນ
(ພາບ: dangcongsan.vn)
      ລາຍງານທີ່ກອງປະຊຸມຊີ້ແຈ້ງວ່າ: ໃນປີ 2017, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງມີປະສິດທິຜົນ, ເປັນເຈົ້າການ, ຕັ້ງໜ້າຍູ້ແຮງບັນດາການເຄື່ອນໄຫວເພື່ອສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ. ບັນດາການເຄື່ອນໄຫວໄດ້ລົງເລິກ ແລະ ມີລະດັບຍຸດທະສາດກວ່າທຽບໃສ່ຊຸມປີກ່ອນນີ້; ເອົາໃຈໃສ່ເປັນພິເສດມຸ່ງໄປເຖິງບັນດາບໍລິເວນຈຸດສຸມ, ມີຄວາມໝາຍດ້ານການເມືອງ ແລະ ບັນລຸປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບກັບເພື່ອນມິດທີ່ເປັນມູນເຊື້ອ ແລະ ບັນດາຄູ່ຮ່ວມມືຍຸດທະສາດ, ຮອບດ້ານຂອງ ຫວຽດນາມ.
        ໃນປີ 2018, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສຸມໃສ່ເຂົ້າໃນບັນດາຈຸດສຸມການເຄື່ອນໄຫວດ້ານການພົວພັນຕ່າງປະເທດຄື: ປັບປຸງ, ເປີດກວ້າງ, ພັດທະນາຕາມລວງເລິກຂອງເຄືອຂ່າຍເພື່ອນມິດ ແລະ ຄູ່ຮ່ວມມືສາກົນ; ຕັ້ງໜ້າເຂົ້າຮ່ວມບັນດາຂອບການພົວພັນຫຼາຍຝ່າຍທີ່ສຳຄັນ; ເພີ່ມທະວີ ແລະ ຍົກສູງປະສິດທິຜົນວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຍົກສູງຄຸນນະພາບວຽກງານຄົ້ນຄ້ວາ, ເສນາທິການ, ຖະແຫຼງຂ່າວໃຫ້ຕ່າງປະເທດ; ປັບປຸງ ແລະ ພັດທະນາອົງການສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)

top