ຂ່າວສານ

ເພີ່ມທະວີນະໂຍບາຍວຽກເຮັດງານທຳຂຽວເພື່ອພັດທະນາຄວາມສາມາດບົ່ມຊ້ອນຂອງ ອາຊຽນ ຢ່າງສຸດຂີດ

      ວຽກເຮັດງານທຳຂຽວແມ່ນວຽກງານທີ່ເໝາະສົມໃນບັນດາຂົງເຂດເສດຖະກິດ ແລະ ບັນດາການເຄື່ອນໄຫວ ປະກອບສ່ວນອະນຸລັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ໃນທັງບັນດາຂົງເຂດຄື ກະສິກຳ ແລະ ການຜະລິດ.
 (ພາບປະກອບ: moitruong.com.vn)
      ເຖິງວ່າ ບັນລຸໄດ້ຄວາມກ້າວໜ້າພໍສົມຄວນໃນຫຼາຍຂົງເຂດ ແຕ່ຂອບນະໂຍບາຍກ່ຽວກັບວຽກເຮັດງານທຳຂຽວ ໃນຂອບເຂດ ອາຊຽນ ຕ້ອງສືບຕໍ່ເພີ່ມທະວີກ່ວາອີກ ເພື່ອການເຕີບໂຕວຽກເຮັດງານທຳຂຽວ ສາມາດເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ເຄີຍມີໃຫ້ໝົດ. ນີ້ແມ່ນເນື້ອໃນຂອງບົດລາຍງານລວມ ອາຊຽນ ໂດຍອົງການແຮງງານສາກົນ (ILO)  ປະກາດເມື່ອວັນທີ 9 ກໍລະກົດ.
ວຽກເຮັດງານທຳຂຽວແມ່ນວຽກງານທີ່ເໝາະສົມໃນບັນດາຂົງເຂດເສດຖະກິດ ແລະ ບັນດາການເຄື່ອນໄຫວ ປະກອບສ່ວນອະນຸລັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ໃນທັງບັນດາຂົງເຂດຄື ກະສິກຳ ແລະ ການຜະລິດ ແລະ ບັນດາຂົງເຂດຂຽວທີ່ຫາກໍ່ພົ້ນເດັ່ນຂຶ້ນຄື: ພະລັງງານຜະລິດຄືນໃໝ່ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ.
ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນ ຖືກຜົນກະທົບຈາກໄພທຳມະຊາດຫຼາຍກ່ວາໝູ່ໃນໂລກ ແລະ ພິເສດແມ່ນຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງງ່າຍດາຍ. ເບິ່ງແລວມແລ້ວ, ອາຊີ ໄດ້ຮັບຜົນປະໂຫຍດຫຼາຍກ່ວາໝູ່ ຈາກການສ້າງວຽກເຮັດງານທຳຂຽວ.  
 (ແຫຼ່ງຄັດຈາກ VOV)

top