ຂ່າວສານ

ເພີ່ມທະວີຊຸກຍູ້ການຄ້າລະຫວ່າງຫວຽດນາມ ແລະ ບຣູໄນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
        ຕອນ​ບ່າຍ​ວັນ​ທີ 27/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ບ​ຣູ​ໄນ Pehin Dato Lim Jock Seng ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ -ບ​ຣູ​ໄນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ຫວຽດ​ນາມ ຊົມ​ເຊີຍ ແລະ ລໍ​ຖ້າ ກະ​ສັດ ບ​ຣູ​ໄນ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ APEC 2017. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ: ສອງ​ປະ​ເທດ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພີ່​ມ​ທະ​ວີ​ການ​ຊຸກ​ຍູ້​ການ​ຄ້າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ສະ​ເຫນີ ບ​ຮູ​ໄນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ສະ​ມາ​ຊິກ​ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ​ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ສຳ​ຫລວດ​, ຂຸດ​ຄົ້ນ​ ແລະ ສະ​ຫນອງ​ບັນ​ດາ​ບໍ​ລິ​ການ​ນ້ຳ​ມັນ​ມີ​ຄຸນ​ນະ​ພາບ​ສູງ​ຢູ່ ບ​ຣູ​ໄນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ສອງ​ຝ່າຍ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ທີ່​ບັນ​ດາ​ເວ​ທີ​ປ​າ​ໄສ​ພ​າ​ກ​ພື້ນ ແລະ​ສາ​ກົນ.
 (ແຫຼ່ງຄັດຈາກ VOV)

top