ຂ່າວສານ

ເພີ່ມທະວີກຳລັງບົ່ມຊ້ອນ, ທ່າຮົບປ້ອງກັນຊາດຂອງປະເທດ

(ພາບປະກອບ / TTXVN)
          ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ, ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ຮອ​ງ​ເລຂາ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ເນັ້ນ​ໜັກວ່າ: ປີ 2017 ຄາດຄະ​ເນ​ວ່າ ແມ່ນ​ປີທີ່ສະພາບ​ການ​ໂລກ, ພາກ​ພື້ນ​ຈະ​ມີ​ການຜັນ​ແປ​​ຫລາຍ​ຢ່າງ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້, ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນຊາ​ດສືບ​ຕໍ່​ໄດ້​ຮັບ​ການຊາບ​ຊຶມ​ດ ປະຕິບັດ​ມະ​ຕິ​ເລກທີ 22 ຂອງ ກົມ​ການ​ເມືອງ (ຊຸດ 11) ກ່ຽວ​ກັບ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ ຢ່າງ​ເຂັ້ມ​ງວດ; ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ກ່ຽວ​ກັບການ​ປ້ອງ​ກັນຊາ​ດ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ປະກອບສ່ວນ​ຍົກ​ສູງ​ຮູບ​ພາບ, ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ, ກອງທັບ​ປະຊາຊົນ ຫວຽດນາມ ບົນ​ເວທີ​ສາກ​ົນ. ທັດສະນະ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ​ຕ້ອງ​ສະ​ແດງ​ໃຫ້​ໄດ້​ຄວາມ​ຕັດສິນ​ໃຈ​ຂອງທົ່ວ​ພັກ, ທົ່ວ​ປະຊາຊົນ, ທົ່ວ​ກອງທັບ​ແມ່ນ ສະກັດ​ກັ້ນ, ຍູ້​ໄພ​ສົງ​ຄາມ​ໃຫ້​ຖອຍ​ໄປ, ປົກ​ປັກ​ຮັກສາ​​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນໃຫ້​ໝັ້ນຄົງ, ຮັກສາສະພາບ​ແວດ​ລ້ອມ​ແຫ່ງ​ການ​ສັນຕິພາບ, ສະຖຽນ​ລະ​ພາບ​ ​ເພື່ອ​ກໍ່ສ້າງ ​ແລະ ພັດທະ​ນາ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ “ການຜັນ​ແປ​ເອງ”, “ຫັນປ່ຽນ​ເອງ” ຢູ່ພາຍ​ໃນ​​ຕິດ​ພັນ​ກັບ​ການ​ຍູ້​​ແຮງການຕໍ່ສູ້​ຕ້ານ “ການ​ຜັນ​ແປ​ສັນຕິພາບ” ​ໃນ​ຂົງ​ເຂດ​ແນວ​ຄວາມ​ຄິດ, ວັດທະນະທຳ.
 (ແຫຼ່ງຄັດຈາກ VOV)

top