ຂ່າວສານ

ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19

      ນີ້ແມ່ນໜຶ່ງໃນບັນດານະໂຍບາຍສໍາຄັນທີ່ສຸດ ອັນໄດ້ນໍາມາເຊິ່ງແຫຼ່ງກໍາລັງໃຫ້ແກ່ວິສາຫະກິດໃນສະພາບການທີ່ຫຍຸ້ງຍາກຄືໃນປັດຈຸບັນ.

 (ພາບປະກອບ: TTXVN)
      (ສະພາໃຫ້ຄໍາປຶກສາປະຕິຮູບລະບຽບການບໍລິຫານ) ພ້ອມກັບສະຫະສະມາຄົມ, ປະຊາຄົມວິສາຫະກິດ ຫາກໍຍື່ນສະເໜີຕໍ່ກະຊວງແຜນການ ແລະ ການລົງທຶນ ປັບປຸງເພີ່ມເຕີມໃສ່ຮ່າງມະຕິ ເພື່ອກະກຽມຍື່ນສະເໜີຕໍ່ລັດຖະບານ “ກ່ຽວກັບບັນດາໜ້າທີ່, ມາດຕະການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດໍາເນີນທຸລະກິດ, ຊຸກຍູ້ການປ່່ອຍເງິນລົງທຶນພາກລັດ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃນສະພາບການເກີດໂລກລະບາດໂຄວິດ - 19”, ບາງເນື້ອໃນຈໍາເປັນໜູນຊ່ວຍວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ສະເໜີກະຊວງແຜນການ ແລະ ການລົງທຶນ ແລກປ່ຽນກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອຍື່ນສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດແບບວິທີອະນຸຍາດໃຫ້ວິສາຫະກິດບໍ່ຕ້ອງເສຍຄ່າສະຕິກໍາມະບານໃນປີ 2020. ນະໂຍບາຍດັ່ງກ່າວ ຈະແມ່ນມາດຕະການໜູນຊ່ວຍທີ່ໃຫຍ່ຫຼວງສໍາລັບວິສາຫະກິດ ນັບທັງກ່ຽວກັບເປົ້າໝາຍຮັກສາກະແສເງິນທຶນ ກໍຄືການຫຼຸດຜ່ອນເວລາ, ເຫື່ອແຮງຍ້ອນບັນດາລະບຽບການບໍລິຫານ. ພ້ອມກັນນັ້ນ, ກໍສະເໜີຂໍເລື່ອນການເສຍຄ່າປະກັນສັງຄົມ ແລະ ປະກັນໄພພາກບັງຄັບປະເພດຕ່າງໆຮອດວັນທີ 31 ທັນວາ 2020. ນີ້ແມ່ນໜຶ່ງໃນບັນດານະໂຍບາຍສໍາຄັນທີ່ສຸດ ອັນໄດ້ນໍາມາເຊິ່ງແຫຼ່ງກໍາລັງໃຫ້ແກ່ວິສາຫະກິດໃນສະພາບການທີ່ຫຍຸ້ງຍາກຄືໃນປັດຈຸບັນ. 
 (ແຫຼ່ງຄັດຈາກ VOV)


top