ຂ່າວສານ

ເພີ່ມທະວີການໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາທ້ອງຖິ່ນທາງພາກໃຕ້ ຫວຽດນາມ

ທີ່ກອງປະຊຸມໂອ້ລົມສົນທະນາ, ການນຳທ້ອງຖິ່ນ, ວິສາຫະກິດທາງພາກໃຕ້ໄດ້ປຶກສາຫາລື, ແລກປ່ຽນເຊິ່ງກັນແລະກັນ, ນຳສະເໜີຄວາມມຸ່ງມາດປາດຖະໜາ ແລະ ແນະນຳຈຸດດີຂອງທ້ອງຖິ່ນຕົນ.

ຕອນເຊົ້າວັນທີ 24 ກັນຍາ, ທີ່ແຂວງ ບີງເຢືອງ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໂອ້ລົມສົນທະນາລະຫວ່າງບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2020 – 2023 ກັບການນຳບັນດາທ້ອງຖິ່ນທາງພາກໃຕ້ ຫວຽດນາມ ເພື່ອແນໃສ່ຊອກຮູ້ ແລະ ຮັບເອົາຂໍ້ມູນຂ່າວສານ, ຄວາມຕ້ອງການຮ່ວມມື, ເຊື່ອມໂຍງເຂົ້າກັບສາກົນຂອງບັນດາທ້ອງຖິ່ນ ກ່ອນທີ່ບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ຈະເດີນທາງໄປຮັບໜ້າທີ່ຢູ່ຕ່າງປະເທດ.

ກອງປະຊຸມໂອ້ລົມສົນທະນາ (ພາບ: baobinhduong.vn)

  ເຂົ້າຮ່ວມກອງປະຊຸມໂອ້ລົມສົນທະນາ ມີເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ປະຈຳຕ່າງປະເທດອາຍຸການ 2020 - 2023 ຈຳນວນ 27 ທ່ານ, ບັນດາຄະນະ, ຂະແໜງການ, ການນຳຂອງແຂວງ ບີງເຢືອງ ແລະ ຜູ້ແທນ, ການນຳ, ວິສາຫະກິດກ່ວາ 100 ທ່ານທີ່ມາຈາກ 19 ແຂວງ, ນະຄອນທາງທິດເຂດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງ; ຜູ້ຕາງໜ້າສະຫະສະມາຄົມບັນດາຂະແໜງສິນຄ້າຂອງແຂວງ ບີງເຢືອງ.

        ທີ່ກອງປະຊຸມໂອ້ລົມສົນທະນາ, ການນຳທ້ອງຖິ່ນ, ວິສາຫະກິດທາງພາກໃຕ້ໄດ້ປຶກສາຫາລື, ແລກປ່ຽນເຊິ່ງກັນແລະກັນ, ນຳສະເໜີຄວາມມຸ່ງມາດປາດຖະໜາ ແລະ ແນະນຳຈຸດດີຂອງທ້ອງຖິ່ນຕົນ.

        ບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ປະຈຳຕ່າງປະເທດໄດ້ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ, ໜູນຊ່ວຍບັນດາທ້ອງຖິ່ນ ແລະ ວິສາຫະກິດທາງພາກໃຕ້ ໃນການເຊື່ອມຕໍ່, ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ດຶງດູດການລົງທຶນ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນໃນຊຸມປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top