
ເພີ່ມທະວີການແລກປ່ຽນການຮ່ວມມື, ສ້າງການພົວພັນ
ລະຫວ່າງອີຕາລີ - ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ
(ພາບ: TTXVN)
ກ່າວຄຳເຫັນທີ່ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ ໃນວັນທີ 23 ກຸມພາ ຢູ່ນະອນ Turin, ປະເທດອີຕາລີ, ເຈົ້າຄອງນະຄອນ Turin, ທ່ານນາງ Chiara Appedino ເນັ້ນໜັກວ່າ, ທັງ 2 ຝ່າຍຄວນມານະພະຍາຍາມຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ ເພື່ອເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ນະຄອນ ກໍຄືລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ. ທ່ານນາງ Appedino ກໍ່ຢືນຢັນວ່າ, ອຳນາດການປົກຄອງນະຄອນ Turin ຍາມໃດກໍ່ ພ້ອມແລ້ວກັບນະຄອນໂຮ່ຈິມິນ ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ສົ່ງເສີມການລົງທຶນ, ແບ່ງປັນບົດຮຽນເພື່ອແນໃສ່ຫັນບັນດາເນື້ອໃນໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ນະຄອນເປັນລະອຽດ.
ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ ຫວັງວ່າ, ໃນໄລຍະຈະມາເຖິງ, ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ, ກໍຄືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດຈະມີບາດກ້າວບຸກທະລຸໃໝ່ຫຼາຍຢ່າງ. ທ່ານ ກາວຈິ໋ງທ້ຽນ ປາດຖະໜາວ່າ ຈະມີບັນດາຄະນະການນຳອຳນາດການປົກຄອງ ແລະ ວິສາຫະກິດ ມາຢ້ຽມຢາມຫວຽດນາມ ເພື່ອປະກອບສ່ວນປັບປຸງ, ຮັດແໜ້ນການພົວພັນ 2 ຝ່າຍກວ່າອີກ.
(ແຫຼ່ງຄັດຈາກ VOV)