ຂ່າວສານ

ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບວິສາຫະກິດຂອງ UAE ແລະ ລັດ Ras Al Khaimah

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດ ຄວນສືບຕໍ່ສ້າງກອບນິຕິກຳ, ກົນໄກຮ່ວມມືສຳຄັນໃຫ້ສົມບູນແບບໂດຍໄວ.
  ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະເຈລະຈາກັບ ທ່ານ Sheikh Saud bin Saqr al Qasimi ຜູ້ວ່າການລັດ Ras Al Khaimah (ພາບ: TTXVN)  

ໃນຂອບເຂດການເຄື່ອນໄຫວຢູ່ບັນດາປະເທດສະຫະລັດອາຣັບ ເອມີເລດ (UAE), ວັນທີ 05 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ດຳເນີນການພົບປະເຈລະຈາກັບ ທ່ານ Sheikh Saud bin Saqr al Qasimi ຜູ້ວ່າການລັດ Ras Al Khaimah. ຢູ່ທີ່ນີ້, ທ່ານ Sheikh Saud bin Saqr al Qasimi ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ ລັດ Ras Al Khaimah ກັບ ຫວຽດນາມ; ທ່ານເນັ້ນໜັກວ່າ ຈະມອບໃຫ້ບັນດາອົງການຂອງອຳນາດການປົດຄອງສະຫະລັດ ຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ; ທ່ານຢືນຢັນວ່າ ພ້ອມແລ້ວຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດ, ພິເສດແມ່ນຢູ່ບັນດາເຂດເສດຖະກິດພິເສດຂອງສະຫະລັດ.

ສ່ວນທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດ ຄວນສືບຕໍ່ສ້າງກອບນິຕິກຳ, ກົນໄກຮ່ວມມືສຳຄັນໃຫ້ສົມບູນແບບໂດຍໄວ, ຄື: ສັນຍາການຄ້າເສດຖະກິດຮອບດ້ານ (CEPA), ສ້າງຕັ້ງສະພາວິສາຫະກິດ ຫວຽດນາມ - UAE ເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບວິສາຫະກິດຂອງ UAE ແລະ ລັດ Ras Al Khaimah.

ກ່ອນໜ້ານັ້ນ, ວັນທີ 04 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ UAE ທ່ານ Abdullah bin Touq Al Marri.

 


top